ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ຈັດກອງປະຊຸມກ່ຽວກັບການຈັດ ຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບເພື່ອກະກຽມເຂົ້າຊິງລາງວັນເຂດປອດຄວັນຢາສູບອາຊຽນໃນປີ 2026 ໃນວັນທີ 23 ຕຸລາ 2024 ທີ່ນະຄອນຫຼວງວຽງ ຈັນ (ນວ) ເປັນປະທານຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງ ຈັນ.
ທ່ານ ພູວົງ ວົງຄຳຊາວ ກ່າວວ່າ: ວຽກງານປອດຄວັນຢາສູບແມ່ນໜຶ່ງໃນບັນດາມາດຕະການທີ່ສຳຄັນຂອງສົນທິສັນຍາສາກົນວ່າດ້ວຍການຄວບຄຸມຢາສູບເຊິ່ງ ສປປ ລາວ ກໍໄດ້ເປັນພາຄີຂອງສົນທິສັນຍາດັ່ງກ່າວນັບແຕ່ປີ 2006 ເປັນຕົ້ນມາ ການຈັດໃຫ້ສໍານັກງານ ແລະ ສະຖານທີ່ສາທາລະນະ ເປັນເຂດປອດຄວັນຢາສູບແມ່ນເປັນການສົ່ງເສີມສຸຂະພາບຂອງປະຊາຊົນໃຫ້ດຳລົງຊີວິດໃນສະພາບແວດລ້ອມທີ່ສົດໃສປາສະຈາກຄວັນຢາສູບ ປົກປ້ອງສຸຂະພາບຂອງຜູ້ທີ່ບໍ່ສູບຢາໂດຍສະເພາະ ແມ່ຍິງ ແລະ ເດັກນ້ອຍຈາກການໄດ້ຮັບຄວັນຢາສູບມືສອງ ແລະ ສາມາດຊ່ວຍໃຫ້ຜູ້ທີ່ສູບຢາອອກຢາສູບໄດ້ງ່າຍຂຶ້ນ.
ການຈັດຕັ້ງປະຕິບັດວຽກງານປອດຄວັນຢາສູບ ມີຄວາມທ້າທາຍສົມຄວນ ລໍາພັງແຕ່ຂະແໜງ ການສາທາລະນະສຸກຝ່າຍດຽວບໍ່ສາມາດເຮັດໃຫ້ວຽກງານດັ່ງກ່າວປະ ສົບຜົນສຳເລັດໄດ້ ດັ່ງນັ້ນຈຶ່ງຮຽກ ຮ້ອງການມີສ່ວນຮ່ວມຢ່າງແຂງແຮງຈາກບັນດາຂະແໜງການ ແລະ ຈາກສັງຄົມໃນການປະຕິບັດ ລະບຽບການປອດຄວັນຢາສູບ ແລະ ມາດຕະການຕໍ່ການລະເມີດຢ່າງເຂັ້ມງວດລວມທັງການບັງຄັບໃຊ້ກົດໝາຍວ່າດ້ວຍການຄວບຄຸມຢາສູບຢ່າງມີປະສິດທິຜົນ ພ້ອມກັນນັ້ນເພື່ອເປັນການປົກປ້ອງສຸຂະພາບຂອງຊາວ ນວ ຈາກຜົນຮ້າຍຂອງຄວັນຢາສູບຮຽກຮ້ອງໃຫ້ມີການຈັດໃຫ້ສະຖານທີ່ເຮັດວຽກ ແລະ ສະຖານທີ່ສາທາລະນະປອດຄວັນຢາສູບເຊິ່ງທັງ 9 ຕົວເມືອງອ້ອມຂ້າງ ນວ ຈະໄດ້ຈັບມືແຂ່ງຂັນກັນ ເພື່ອກຳນົດໃຫ້ສະຖານທີ່ເຮັດວຽກຂອງຕົນ ແລະ ສະຖານທີ່ສາທາລະນະເປັນເຂດປອດຄວັນຢາສູບຢ່າງແທ້ຈິງເພື່ອຄັດເລືອກເມືອງທີ່ຊະນະເລີດເຂົ້າຊິງລາງວັນຕົວເມືອງປອດຄວັນຢາສູບອາຊຽນພາຍ ໃນປີ 2026.
ນອກຈາກນີ້ກອງປະຊຸມ ໄດ້ຮັບຟັງການນໍາສະເໜີກ່ຽວກັບເງື່ອນໄຂການເຂົ້າ ຮ່ວມຂໍ້ແຂ່ງຂັນການປະເມີນໃຫ້ຄະແນນການແຂ່ງຂັນ ເມືອງອາຊຽນປອດຄວັນຢາສູບ ອີກດ້ວຍ.
ທີ່ມາ: ວຽງຈັນໃໝ່




