ເມື່ອບໍ່ດົນມານີ້, ຫ້ອງການຊັບພະຍາກອນ-ທໍາມະຊາດແລະສິ່ງແວດລ້ອມເມືອງຕະໂອ້ຍ ແຂວງສາລະວັນ ຈັດກອງປະຊຸມປຶກສາຫາລືກອງປະຊຸມປຶກສາຫາລືການທາບທາມຮ່າງຂໍ້ຕົກລົງເຂດປະເມີນລາຄາທີ່ດິນຄືນໄໝ່ ເພື່ອຢັ້ງຢືນຮັບຮອງເອົາເຂດປະເມີນລາຄາທີ່ດິນເມືອງຕະໂອ້ຍ ທີ່ຫ້ອງປະຊຸມຊັ້ນ2 ຫ້ອງວ່າການປົກຄອງເມືອງ ໂດຍພາຍໃຕ້ການເປັນປະທານຂອງທ່ານນາງ ບຸນຖິ່ນ ແກນພົມມາ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດເສດຖະກິດພາຍໃນເມືອງ.
ທ່ານ ວິລັດ ປາລາມີ ຫົວໜ້າຂະແໜງທີ່ດິນແຂວງ ກໍໄດ້ບັນລະຍາຍຮ່າງຂໍ້ຕົກ ລົງ (ສະບັບປັບປຸງໃໝ່ຫຼັງສະພາຮັບຮອງ)ວ່າດ້ວຍ:ການກໍານົດເຂດປະເມີນລາຄາທີ່ ດິນທົ່ວແຂວງສາລະວັນ ທັງໝົດປະກອບມີ 3 ໝວດຄື: ບົດບັນຍັດທົ່ວໄປ, ອົງປະ ກອບພື້ນຖານການປະເມີນລາຄາທີ່ດິນ ແລະ ເຂດປະເມີນລາຄາທີ່ດິນຂອງເມືອງຕະໂອ້ຍ (G1-G9) ເມືອງ ຕະໂອ້ຍກວມເອົາ 56 ບ້ານ ມີ 4 ປະເພດຖະໜົນ, G1: ບ້ານເທດສະບານ,ຕະຫຼຸງລະລາວ,ຮູກະໂຢ .G2: ບ້ານກະເປ,ກະເຕັນ,ປະເຕມ,ດູບ,ພໍ່ຕັງ,ພໍ່ເຊັນ,ປະງານດາວ,ປະງານສີງ,ສະແໜງ, G3: ບ້ານຮູກະໂຢ,ລະປືງ,ກັງ,ແຕນ,ຈໍລະວຽງ, ຊຶງຕະມອງ,ຕະປຶນພູ,ສ້ອຍຕາມ,ກະໂອນ, G4:ບ້ານຫຸນ,ບ້ານປະສິງ,ຕຸ້ມລີທົ່ງ, ຕຸ້ມລີຂາວ ແລະ ຕຸ້ມລີເກົ່າ, G5:ບ້ານສະບ້ອງກົກໄຮ ແລະ ບ້ານໂບງນໍ້າ, G6: ບ້ານສ້ອຍຕາມ, ຫ້ວຍງົວ,ປະດຸ,ປະຈູ,ກົກບົກ,ປຣອຍ, G7: ບ້ານກະມວນ,ລຶກດົງ,ປະໂສມ, ບ້ານສັນຍາຢອນ,ບ້ານທົ່ງກາໄຮ່,ທົ່ງໄຕ້,ປີຕຽນ,ທົ່ງຊະ, G8: ບ້ານປະເຊ້ຍ,ລະຫາບ,ປະຈູດອນ, ປະຈູເຈິນ,ໂຈະໄຮ່,ໂຈະໃຕ້,ຕະຮວກ,ຕຸງໂກງ,ຕຸງແຕງ,ປີໂກະ,ອາດື,ອາດອນ; ຈາກນັ້ນກອງປະຊຸມໄດ້ຮ່ວມກັນປະກອບຄຳຄິດເຫັນຕໍ່ 2 ເອກະສານ ເພື່ອຄົ້ນຄວ້າ ຊອກວິທີແກ້ໄຂ ແລະ ປັບປຸງແບບແຜນວິທີການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ແລະໄດ້ຮັບຟັງການໃຫ້ກຽດມີຄຳເຫັນໂອ້ລົມຂອງປະທານ ເພື່ອເປັນທິດ ໃນການຈັດ ຕັ້ງປະຕິບັດວຽກໃນຕໍ່ໜ້າໃຫ້ສຳເລັດຕາມລະດັບຄາດໝາຍ.
ຈຸດປະສົງ:ຂອງຂໍ້ຕົກລົງສະບັບນີ້ແມ່ນໄດ້ກໍານົດຫຼັກການລະບຽບການ ແລະ ມາດຕະການຕ່າງໆກ່ຽວກັບວຽກງານປະເມີນລາຄາທີ່ດິນ ແນ່ໃສ່ຕອບສະໜອງໃຫ້ແກ່ວຽກງານຄຸ້ມຄອງບໍລິຫານທີ່ດິນ,ເປັນບ່ອນອີ່ງໃຫ້ແກ່ການປະເມີນລາຄາທີ່ດິນ ເພື່ອຄິດໄລ່ຄ່າທໍານຽມຈົດທະບຽນເຄື່ອນໄຫວ ແລະ ການປ່ຽນແປງສິດນໍາໃຊ້ທີ່ດິນ: ອາກອນລາຍໄດ້ຈາກທີ່ດິນ,ການຊື້ຂາຍແລກປ່ຽນສິດນໍາໃຊ້ທີ່ດິນຂອງລັດ,ເອົາທີ່ດິນເຂົ້າເປັນຮຸ້ນ:ເປັນຫຼັກຊັບຄໍ້າປະກັນ.ໃຫ້ມີຄວາມຊັດເຈນ ໂປ່ງໃສ ສາມາດຕິດຕາມກວດກາໄດ້ ແລະ ເປັນການປະກອບສ່ວນສ້າງລາຍໄດ້ຮັບມອບເຂົ້າງົບປະມານແຫ່ງລັດ,ພ້ອມກັນນັ້ນເພື່ອເຮັດໃຫ້ເຈົ້າຂອງສິດນໍາໃຊ້ທີ່ດິນ ໄດ້ປະຕິບັດສິດ ແລະ ພັນທະຂອງຕົນຢ່າງຖືກຕ້ອງ ສອດຄ່ອງກັບກົດໝາຍ ແລະ ລະບຽບການ.
ຂ່າວ: ກິລິຍາ ຄໍາຫຼ້າວິຍະເກດ





