ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ (ກປ) ສປປ ລາວ ໄດ້ພົບປະກັບ ທ່ານ Qu Dongyu ຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດ (FAO) ທີ່ສໍານັກງານໃຫຍ່ FAO ໃນເມື່ຶອບໍ່ດົນມານີ້ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມອາຫານໂລກ 2024 ທີ່ ນະຄອນຫລວງໂຣມ ປະເທດອີຕາລີ.
ທ່ານ ຜູ້ອຳນວຍການໃຫຍ່ອົງການ FAO ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານລັດຖະມົນຕີ ພ້ອມຄະນະຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ສປປ ລາວ ທີ່ບັນລຸຄວາມຄືບໜ້າດ້ານເສດຖະກິດທີ່ສຳຄັນເຖິງວ່າຈະປະສົບກັບສິ່ງທ້າທາຍຫຼາຍຢ່າງ ໃນໄລຍະຜ່ານມາກໍຕາມ ຫວັງວ່າ ສປປ ລາວ ຈະສາມາດກ້າວຂຶ້ນສູ່ປະເທດທີ່ມີລາຍຮັບປານ ກາງໂດຍໄວ ຜ່ານການວາງແຜນຍຸດທະສາດການພັດທະນາເສດຖະກິດ ຕິດພັນກັບການເຕີບໂຕເສດຖະກິດຊົນນະບົດ ແລະ ການພັດທະນາກະສິກຳ ໂຄງການ OCOP ເປັນເຄື່ອງມືທີ່ມີປະສິດທິພາບໃນການສົ່ງເສີມການຜະລິດເປັນສິນຄ້າ ສ້າງມູນຄ່າທາງການຕະຫຼາດ ແລະ ຊົມເຊີຍການຕັດສິນໃຈຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມດັ່ງກ່າວໃນລະດັບແຂວງ ນອກນັ້ນ ຍັງໄດ້ເນັ້ນໜັກເຖິງຈຸດສຸມຂອງ ສປປ ລາວ ເປັນຕົ້ນ ການສ້າງຄວາມສາມາດໃນການແຂ່ງຂັນໃນຂະແໜງກະສິກຳ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາຊົນນະບົດ ເພື່ອດຶງດູດການລົງທຶນ ເຊິ່ງເຫັນວ່າມີທ່າແຮງອັນໃຫຍ່ຫຼວງໂດຍສ້າງສະພາບແວດລ້ອມດ້ານນະໂຍ ບາຍ ເພີ່ມທະວີການຕະຫຼາດ ແລະ ການຄົ້ນຄວ້າຂອງນັກວິທະຍາສາດ ໃນການປະດິດສ້າງເຕັກໂນໂລຊີທາງດ້ານກະສິກຳໃໝ່ໆອອກມາ.
ນອກຈາກນີ້ ທ່ານຜູ້ອຳນວຍການໃຫຍ່ ອົງການ FAO ໄດ້ຊົມເຊີຍ ສປປ ລາວ ທີ່ປະສົບຜົນສໍາເລັດໃນການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊີຕາເວັນອອກສ່ຽງໃຕ້ ແລະ ເຊື່ອໝັ້ນວ່າ ສປປ ລາວ ຈະສາມາດພັດທະນາ ແລະ ຂຸດຄົ້ນທ່າແຮງການຜະລິດໄດ້ເຕັມກຳລັງ ເພື່ອການຜະລິດກະສິກຳມີການຂະຫຍາຍໂຕ ກາຍເປັນສິນຄ້າສົ່ງອອກສູ່ຕະຫຼາດສາກົນ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ເຂັ້ມແຂງຂຶ້ນເລື້ອຍໆ .
ທ່ານ ລັດຖະມົນຕີ ກະຊວງ ກປ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຍົກໃຫ້ເຫັນເຖິງຈຸດໝາຍຕົ້ນຕໍໃນການພັດທະນາກະສິກຳ ແລະ ການຫັນເປັນກະສິກຳທັນສະໄໝຂອງ ສປປ ລາວ ໂດຍສະເພາະ ການມາເຂົ້າຮ່ວມກອງປະຊຸມອາຫານໂລກ 2024 ຄັ້ງນີ້ ເຊິ່ງໄດ້ເປີດໂອກາດ ໃໝ່ ໃນການເພີ່ມທະວີການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ FAO ໃນຫຼາຍຂົງເຂດທີ່ສຳຄັນເປັນຕົ້ນແມ່ນການຜະລິດກະສິກຳ ເພື່ອຄ້ຳປະກັນດ້ານສະບຽງອາຫານ ການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີທີ່ທັນສະໄໝ ໃນການຜະລິດກະສິກຳ ການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ຕິດພັນກັບການສ້າງຄວາມເຂັ້ມແຂງໃນຕ່ອງໂສ້ການຜະລິດ ການແປຮູບ ແລະ ການຕະຫຼາດ ການປົກປັກຮັກສາສະພາບແວດລ້ອມ ແລະ ການຊຸກຍູ້ສົ່ງເສີມການມີສ່ວນຮ່ວມ ແລະ ການລົງທຶນຂອງພາກເອກະຊົນ
ພ້ອມທັງເນັ້ນຕື່ມວ່າ ກະສິກຳແມ່ນກະດູກສັນຫຼັງຂອງເສດຖະກິດຂອງ ສປປ ລາວ ໃນນັ້ນ ການພັດທະນາຊົນນະ ບົດແມ່ນບູລິມະສິດຂອງລັດຖະບານ ສປປ ລາວ ມີຄວາມພະຍາຍາມໃນການຫຼຸດຜ່ອນຜົນກະທົບຈາກໄພພິບັດ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນຕົ້ນ ໄພນ້ຳຖ້ວມ ໄພແຫ້ງແລ້ງ ການລະບາດຂອງພະຍາດ ແລະ ສັດຕູພືດ ແລະ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຄື່ອນ ໄຫວ ແລະ ການມີສ່ວນຮ່ວມຂອງຊາວໜຸ່ມໃນການຜະລິດກະສິກຳ.
ພ້ອມນີ ທ່ານລັດຖະມົນຕີກະຊວງ ກປ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ອົງການ FAO ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ໂດຍສະເພາະ ຜ່ານບັນດາໂຄງການທີ່ພົ້ນເດັ່ນ ເຊັ່ນ: ໂຄງການລິເລີ່ມດ້ວຍມື ແລະ ໂຄງການໜຶ່ງປະເທດໜຶ່ງຜະລິດຕະພັນ (OCOP) ທີ່ໄດ້ປະກອບສ່ວນ ເຂົ້າໃນການຊຸກຍູ້ການພັດທະນາກະສິກຳ ຂອງ ສປປ ລາວ.





