ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະຄອນຫຼວງວຽງຈັນ ຈູດທຳລາຍຢາເສບຕິດຈຳນວນຫລາຍ

Oct 26, 2024

ວັນທີ 26 ຕຸລາ 2024 ນີ້, ຢູ່ບ້ານໂນນສະອາດ, ເມືອງໄຊທານີ, ນະຄອນຫຼວງວຽງ ຈັນ, ອົງການປົກຄອງນະຄອນຫຼວງວຽງຈັນ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ສົມທົບກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີຈູດທຳ ລາຍຢາເສບຕິດທີ່ສານໄດ້ຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວ.
ເຂົ້າຮ່ວມພິທີມີ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບນະຄອນ ຫຼວງວຽງຈັນ, ພົຕ ຄຳກິ່ງຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຜູ້ຊີ້ນຳວຽກງານກວດກາ ແລະ ຄວບຄຸມຢາເສບຕິ ກະຊວງປ້ອງກັນຄວາມສະຫົງບ, ພ້ອມດ້ວຍ ນາຍ ແລະ ພົນ ທະຫານ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.
ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງ ຈັນ ໄດ້ໃຫ່ຮູ້ວ່າ: ການຈູດທຳລາຍຢາເສບຕິດ ປະຈຳປີ 2024 ໃນຄັ້ງນີ້ ເພື່ອສະເຫຼີມສະຫຼອງ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 23 ປີ, ພ້ອມທັງເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ນີ້ຮອດປີ 2025 ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຢາເສບຕິດທີ່ນຳມາຈູດທຳລາຍໃນຄັ້ງນີ້ ແມ່ນໄດ້ມາຈາກ ຜົນງານການເຄື່ອນ ໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ນະຄອນຫຼວງວຽງຈັນ ແລະ ກອງບັນຊາການ ປກສ ເມືອງ ໃນນະຄອນຫຼວງວຽງຈັນ ລວມມີ: ຢາບ້າ 2,515,231 ເມັດ ເທົ່າກັບ 301 ກິໂລກຼາມ ກັບ 624 ກຼາມ; ຢາໄອສ໌ 322 ຫໍ່ ກັບ 8 ຖົງນ້ອຍ ເທົ່າກັບ 350.6 ກິໂລກຼາມ; ຢາອີ 5 ເມັດ ເທົ່າກັບ 2.7 ກຼາມ, ຢາເຄຕາມິນ 1 ຫໍ່ ກັບ 2 ຖົງນ້ອຍ ນໍ້າໜັກ 1.99 ກິໂລກຼາມ ລວມນໍ້າໜັກຢາເສບຕິດທີ່ນຳ ມາຈູດທັງໝົດ 652 ກິໂລກຼາມ ກັບ 731.7 ກຼາມ, ນອກນນີ້ຍັງມີ ຢາສູບໄຟຟ້າ (ໄພລ໋ອດ) ຈຳນວນ 202 ແກັດ ມາຈູດທຳລາຍຖິ້ມ.
ທີ່ມາ: ວາລະສານ ປ້ອງກັນຄວາມສະຫງົບ