ອີງຕາມຂໍ້ມູນຈາກ ທ່ານ ອານຸສັກ ແກ້ວມະນີວົງ ຮັກສາການຫົວໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງ ທີ່ລາຍງານຕໍ່ກອງປະຊຸມຜົນການປະເມີນມາດຕະການ ພົ້ນທຸກ ແລະ ພັດທະນາ ຕາມດໍາລັດເລກທີ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະ ຖານພັດທະນາ ພາຍໃນເມືອງງອຍ, ແຂວງຫລວງພະບາງ ຈັດຂຶ້ນເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ຜ່ານການປະເມີນ ປະຈໍາປີ 2024 ມີຄອບຄົວທຸກຍາກຍັງເຫຼືອ 1.910 ຄອບຄົວ, ທຽບໃສ່ປີ 2023 ຫຼຸດລົງ 253 ຄອບຄົວ, ບ້ານທຸກຍາກຍັງເຫຼືອ 32 ບ້ານ, ທຽບໃສ່ປີ 2023 ຫຼຸດລົງ 11 ບ້ານ,ເມືອງສາ ມາດບັນລຸ 7 ມາດຕະ ຖານຂອງເມືອງພົ້ນທຸກ ຍັງບໍ່ບັນລຸ 2 ມາດຕະຖານ, ມີຄອບຄົວທີ່ບັນລຸ 19 ຕົວຊີ້ວັດຂອງຄອບຄົວພັດທະນາທັງໝົດ 2.458 ຄອບຄົວ, ບ້ານທີ່ບັນລຸ 88 ຕົວຊີ້ວັດຂອງບ້ານພັດທະນາ 5 ບ້ານໃນ 60 ຕົວຊີ້ວັດຂອງເມືອງເຂັ້ມແຂງຮອບດ້ານບັນລຸແລ້ວ 70%.
ກອງປະຊຸມຄັ້ງນີ້ ຍັງໄດ້ເຫັນດີກໍານົດເອົາ ບ້ານຫາດຄີບ ແລະ ບ້ານເມືອງງອຍ ເປັນບ້ານເປົ້າໝາຍໃນການສ້າງບ້ານໃຫ່ຍໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດຂອງເມືອງງອຍ.





