ເມື່ອບໍ່ດົນມານີ້, ຄະນະນຳດ່ານພາສີເມືອງຄຳແຫ່ງສປຈີນນຳໂດຍທ່ານທ່ານ ລີວືນຊີນ ຮອງຫົວໜ້າພາສີເມືອງຄຳແລະດ່ານພາສີສາກົນລານຕຸ້ຍ ແຂວງຜົ້ງສາລີ ແຫ່ງ ສ ປປ ລາວນຳໂດຍທ່ານ ທອງສະຫວັນ ແສງອ່ອນແກ້ວ ຫົວໜ້າດ່ານສາກົນລານຕຸ້ຍໄດ້ທຳການພົບປະແລກປ່ຽນບົດຮຽນດ້ານວຽກງານພາສີນຳກັນທີ່ແຂວງຜົ້ງສາລີ.
ໃນກອງປະຊຸມພົບເຈົ້າໜ້າທີ່ພາສີສອງຝ່າຍລາວ-ຈີນໄດ້ພົບປະແລກປ່ຽນບົດຮຽນນຳກັນໃນວຽກງານປະສານງານຮວ່ມກັນ.ຈາກນັ້ນໄດ້ຮວ່ມກັນເຊັນບົດບັນທຶກຊ່ວຍຈຳ ໂດຍຕົກລົງເຫັນດີສືບຕໍ່ສ້າງເງື່ອນໄຂສິ່ງອຳນວຍຄວາມສະດວກການຜ່ານດ່ານເຂົ້າ-ອອກຂອງພາຫະນະທຸກປະເພດ; ສືບຕໍ່ສ້າງສາຍພົວ ພັນການຮ່ວມມືມີດຕະພາບທີ່ດີງາມ, ເພື່ອສືບຕໍ່ດຳເນີນການ ແກ້ໄຂປະກົດການຫໍ້ຍທໍ້ຕາມເຂດຊາຍແດນ; ພ້ອມແລກປ່ຽນບົດຮຽນການຈັດຕັ້ງປະຕິບັດໜ້າວຽກງານວີຊາສະເພາະຕາມແຜນປະຈຳປີ ຫຼືພົບປະແລກປ່ຽນຕາມວຽກງານຕົວຈີງໃນແຕ່ລະໄລຍະ;ໃນນັ້ນໄດ້ເຫັນດີຕົກລົງສ້າງຕັ້ງກຸ່ມປະສານງານວຽກງານພາສີອັນຮິບດ່ວນ ໂດຍການແລກປ່ຽນການສື່ສານຜ່ານວີແຊັດ (WeChat )ຂອງສອງຝ່າຍ.



