ໃນຕອນແລງວັນທີ 24 ຕຸລາ 2024 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ (ຫສນຍ) ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້້າໃຈ (MOU) ວ່າດ້ວຍການຮ່ວມ ມື ເພື່ອສຶກສາ, ອອກແບບ ແລະ ພັດທະນາລະບົບທັນສະໄໝ ນໍາໃຊ້ເຂົ້າໃນການບໍລິຫານວຽກງານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ວຽກລັດຖະ ບານ ລະຫວ່າງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ບໍລິສັດ ເອໄອດີຊີ ເທັກ ຈໍາກັດຜູ້ດຽວ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ; ທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າ ຫສນຍ, ບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ພ້ອມດ້ວຍຜູ້ຕາງໜ້າບັນດາກົມ ພາຍໃນ ຫສນຍ ແລະ ພະນັກງານບໍລິສັດທີ່ກ່ຽວຂ້ອງ.
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ຈັດຕັ້ງປະຕິ ບັດນະໂຍບາຍຂອງລັດຖະບານ ກ່ຽວກັບການຫັນເປັນດິຈິຕ໋ອນ ໂດຍສະເພາະແມ່ນ ການເພີ່ມປະສິດທິພາບ ແລະ ປະສິດທິຜົນ ໃນການບໍລິຫານວຽກງານ ຂອງ ຫສນຍ ໃຫ້ສູງຂຶ້ນ ຕາມທິດຫັນເປັນທັນສະໄໝ, ມີຄວາມວ່ອງໄວ, ທັນສະພາບການ, ປອດໄພ,ໂປ່ງໃສ, ກວດສອບໄດ້ ແລະ ສອດຄ່ອງກັບສະພາບການພັດທະນາ ປະຈຸບັນ, ຫສນຍ ຈະໄດ້ຮ່ວມກັບບໍລິສັດ ເອໄອດີຊີ ເທັກ ຈໍາກັດຜູ້ດຽວ ເພື່ອສຶກສາ, ສຳຫຼວດ, ອອກແບບ Software ທີ່ທັນສະໄໝ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ເປັນຕົ້ນ ການຄຸ້ມຄອງ ແລະ ຕິດຕາມ ການຈໍລະຈອນເອກະສານ; ການອະນຸມັດເອກະສານແບບອອນລາຍ; ການເກັບມ້ຽນເອກະສານແບບລວມສູນ; ກໍານົດຕົວຊີ້ວັດ ຕອບກັບເອກະສານ ເພື່ອຕິດຕາມ ແລະ ປະເມີນແບບທັນທີ; ລະບົບແຈ້ງເຕືອນຜູ້ໃຊ້; ການນໍາຂໍ້ມູນທີ່ໄດ້ຈາກເອກະສານ ມາວິເຄາະ ແລະ ສະແດງຜົນ; ການຈັດການດ້ານຄວາມປອດໄພຂອງລະບົບ; ການສ້າງຖານຂໍ້ມູນຂອງ ຫສນຍ ທີ່ຕິດພັນກັບວຽກງານອົງການປົກຄອງທ້ອງຖິ່ນ; ລະບົບໂປຼແກມຄຸ້ມຄອງພະນັກງານ-ລັດຖະກອນ, ຄຸ້ມຄອງຊັບສິນຂອງລັດພາຍໃນ ຫສນຍ ແລະ ອື່ນໆ.
ການລົງນາມເຊັນບົດບັນທຶກຄັ້ງນີ້, ຕາງໜ້າໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແມ່ນທ່ານ ສົມກຽດ ພະສີ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ແລະ ບໍລິສັດ ເອໄອດີຊີ ເທັກ ຈຳກັດຜູ້ດຽວ ແມ່ນທ່ານ ພຶດສະພາ ພູມມະສັກ, ປະທານບໍລິສັດດັ່ງກ່າວ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.





