ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອາຊຽນພ້ອມກັນເພີ່ມທະວີການຮ່ວມມືດ້ານວັດທະນະທຳ ແລະ ສິລະປະ

Oct 28, 2024

ກອງປະຊຸມລັດຖະມົນຕີວັດທະນະທຳ ແລະ ສິລະປະອາຊຽນ (AMCA) ຄັ້ງທີ 11 ແລະ ບັນດາກອງປະຊຸມປີ່ນອ້ອມທີ່ກ່ຽວຂ້ອງກັບບັນດາຄູ່ເຈລະຈາອາຊຽນ ໄດ້ຈັດຂື້ນຢ່າງເປັນທາງການພາຍໃຕ້ຫົວຂໍ້: ເຊື່ອມສານວັດທະນະທຳ, ສ້າງອະນາຄົດ: ຄວາມຫຼາກຫຼາຍທີ່ເປັນໜຶ່ງດຽວ (Bridging Cultures, Building Futures: Unity in Diversity) ໃນລະຫວ່າງວັນທີ 21-26 ຕຸລາ 2024 ທີ່ ເມືອງມໍລະດົກໂລກມາລະກາ, ມາເລເຊຍ.
ກອງປະຊຸມຄັ້ງນີ້ດໍາເນີນພາຍໃຕ້ການເປັນປະທານຂອງ ທ່ານ ດາໂຕະ ສຣິ ຕິຢອງ ຄິງ ຊິງ, ລັດຖະມົນຕີກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳ, ມາເລເຊຍ ໂດຍມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສດ້ານວັດທະນະທໍາ ແລະ ສິລະປະ ຈາກບັນດາປະເທດອາຊຽນ, ປະເທດຕີມໍແລັສ໌ເຕ, ເລຂາທິການໃຫຍ່ອາຊຽນ ແລະ ຜູ້ຕາງໜ້າຈາກປະເທດບວກສາມ ເຊັ່ນ: ຈີນ,​ ຍີ່ປຸ່ນ ແລະ ສ.ເກົາຫຼີ ເຂົ້າຮ່ວມຢ່າງພ້ອມພຽງ, ສ່ວນຄະນະຜູ້ແທນຂອງ ສປປ ລາວ ແມ່ນນຳໂດຍ ທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
ສປປ ລາວ ໄດ້ມອບໜ້າທີ່ການເປັນປະທານຢ່າງເປັນທາງການໃຫ້ແກ່ມາເລ ເຊຍ ພາຍຫຼັງສໍາເລັດປະຕິບັດໜ້າທີ່ເປັນປະທານ 2022-2024 ພາຍໃຕ້ຄຳຂວັນ: “ສົ່ງເສີມບົດບາດຂອງວັດທະນະທຳ ແລະ ສິລະປະອາຊຽນ ຫຼັງການລະບາດຂອງພະຍາດໂຄວິດ-19 ເພື່ອການພັດທະນາແບບຍືນຍົງ” ເລີ່ມແຕ່ວັນທີ 27 ຕຸລາ 2022 ເປັນຕົ້ນມາຈົນເຖິງວັນທີ 24 ຕຸລາ 2024 ເປັນເວລາ 2ປີ ເຊິ່ງນັບຈາກນີ້ມາເລເຊຍຈະດໍາເນີນການເປັນປະທານຈົນຮອດ 2026. ກອງປະຊຸມໄດ້ຮັບຮູ້ຮ່ວມກັນຢ່າງເປັນເອກະພາບວ່າ ອາຊຽນມີວັດທະນະທໍາສິລະປະທີ່ອຸດົມສົມບູນ ແລະ ຫຼາກຫຼາຍ, ມີຫຼາຍຢ່າງທີ່ຄ້າຍຄືກັນ ແຕ່ກໍ່ມີເອກະລັກສະເພາະຂອງໃຜລາວ ປະກອບສ່ວນຢ່າງສໍາຄັນເຂົ້າໃນການເຕົ້າໂຮມຄວາມສາມັກຄີ, ສ້າງຄວາມປອງດອງ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ຕະຫຼອດຮອດການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນຢ່າງແຂງແຮງ.
ກອງປະຊຸມໄດ້ພ້ອມກັນປຶກສາຫາລືບັນຫາສໍາຄັນຕ່າງໆ ແລະ ທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນຍຸດທະສາດວັດທະນະທໍາ ແລະ ສິລະປະ 2016-2025 ຢ່າງຖີ່ຖ້ວນ ລວມທັງການແລກປ່ຽນຄໍາຄິດຄໍາເຫັນໃນການເພີ່ມທະວີການເຊື່ອມສານສິລະປະວັດທະນະທໍາອັນດີງາມຂອງອາຊຽນ ເພື່ອຊຸກຍູ້ສົ່ງເສີມວິໄສທັດອາຊຽນ ຫຼັງ 2025 ໃຫ້ມີຄວາມເຂັ້ມແຂງ ແລະ ເປັນຮູບປະທໍາຍິ່ງຂື້ນ.
ທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານໝາກຜົນໄລຍະການເປັນປະທານຂອງ ສປປ ລາວ 2022-2024 ໃຫ້ກອງປະຊຸມຮັບຊາບ ໂດຍໄດ້ຍົກໃຫ້ເຫັນບາງຜົນສໍາເລັດທີ່ພົ້ນເດັ່ນທີ່ອາຊຽນໄດ້ພ້ອມກັນຈັດຕັ້ງປະຕິບັດໃນຂົງເຂດວຽກງານວັດທະ ນະທຳ ແລະ ສິລະປະ ດັ່ງນີ້:
1. ການຮອງຮັບຖະແຫຼງການວັງວຽງ ວ່າດ້ວຍການສົ່ງເສີມຜະລິດຕະພັນວັດທະ ນະທຳຂະໜາດນ້ອຍ ແລະ ຂະຫນາດກາງ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ ເຊິ່ງເປັນວຽກໜຶ່ງທີ່ສຳຄັນໃນໄລຍະ ສປປ ລາວ ເປັນປະທານອາຊຽນ; ແລະ
2. ການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດວັດທະນະທຳ ແລະ ສິລະປະອາຊຽນ ສົກປີ 2016-2025 ຊຶ່ງເຫັນວ່າ ສຳເລັດການຈັດຕັ້ງປະຕິບັດ 81 ກິດຈະກຳ ຈາກທັງໝົດ 118 ກິດຈະກຳທີ່ນອນຢູ່ໃນແຜນ.
ພ້ອມນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ເນັ້ນຕໍ່ກອງປະຊຸມຄັ້ງນີ້ວ່າ: ວຽກງານວັດທະນະທໍາ ແລະ ສິລະປະອາຊຽນ ແມ່ນຂະແໜງການໜຶ່ງທີ່ມີບົດບາດສຳຄັນນອນຢູ່ໃນເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ປະກອບສ່ວນຫຼັກເຂົ້າໃນການສ້າງເສດຖະ ກິດ-ສັງຄົມ, ການພັດທະນາແບບຍືນຍົງ ແລະ ສົ່ງເສີມການພົວພັນຮ່ວມມືພາຍໃນ ແລະ ພາຍນອກອາຊຽນ. ທ່ານຍັງໄດ້ຍົກໃຫ້ເຫັນຕື່ມອີກວ່າ: ອາຊຽນ ເປັນພາກພື້ນໜຶ່ງທີ່ມີເອກະລັກສະເພາະ, ມີຄວາມຫຼາກຫຼາຍທາງດ້ານວັດທະນະທໍາ, ສິລະປະ, ຮີດຄອງປະເພນີ, ພາສາ ແລະ ສາສະໜາ. ເຖິງແມ່ນວ່າຈະມີຄວາມແຕກຕ່າງກັນກໍຕາມ ແຕ່ປະຊາຊົນອາຊຽນ ກໍອາໃສຢູ່ຮ່ວມກັນໂດຍສັນຕິ, ມີຄວາມສາມັກຄີປອງດອງ, ຊ່ວຍເຫຼືອ ແລະ ແລກປ່ຽນການໄປ-ມາຫາສູ່ເຊິ່ງກັນ ແລະ ກັນ ຕະຫຼອດມາ ໂດຍຜ່ານກົນໄກການຮ່ວມມືຂອງອາຊຽນທີ່ມີປະສິດທິພາບ ແລະ ປະສິດຜົນ ເວົ້າລວມ, ເວົ້າສະເພາະແມ່ນຂອບການຮ່ວມມືໃນຂົງເຂດການປົກປັກຮັກສາ ແລະ ສົ່ງເສີມມໍລະດົກວັດທະນະທໍາ, ຮີດຄອງປະເພນີອັນດີງາມ ເພື່ອສ້າງເອກະລັກອາຊຽນ ແລະ ນຳໄປສູ່ການພັດທະນາທີ່ຍືນຍົງ ແລະ ຄວາມວັດທະນາຖາວອນຂອງແຕ່ລະຊາດອາຊຽນ.
ທ່ານ ຮອງລັດຖະມົນຕີ ໄດ້ໃຫ້ຮູ້ຕື່ມວ່າ: ການຮັບຮອງເອົາຖະແຫຼງການວັງວຽງ ວ່າດ້ວຍການສົ່ງເສີມຜະລິດຕະພັນວັດທະ ນະທຳຂະໜາດນ້ອຍ ແລະ ຂະຫນາດກາງ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ ໂດຍຜູ້ນຳອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ນັ້ນ, ຖືເປັນນະໂຍບາຍທີ່ສໍາຄັນອັນໜຶ່ງ ທີ່ອາຊຽນຕ້ອງພ້ອມກັນນໍາໄປຈັດຕັ້ງຜັນຂະຫຍາຍ ແນໃສ່ປະກອບສ່ວນຊຸກຍູ້ສົ່ງເສີມຜູ້ປະກອບການ ກໍ່ຄືບັນດາຫົວໜ່ວຍທຸລະກິດທີ່ຕິດພັນກັບສິລະປະ ແລະ ວັດທະນະທໍາໃຫ້ມີລັກສະນະກວມລວມ ແລະ ຍືນຍົງໃນຕໍ່ໜ້າ.
ພາບ-ຂ່າວ: ກອງເລຂາ ເສົາຄ້ຳວັດທະນະທຳ-ສັງຄົມອາຊຽນລາວ