ກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ສປປ ລາວ ແລະ ສະມາຄົມອຸດສາຫະກຳເກືອອະນົງຄະທາດ ສປ ຈີນ ແລະ ກົມທໍລະນີສາດອຸດສາ ຫະກໍານິວເຄຼຍ ແຂວງ ຊິງໄຫ ສປ ຈີນ ໄດ້ຮ່ວມກັນຈັດກອງປະຊຸມສຳມະນາສາກົນເມື່ອບໍ່ດົນມານີ້ທີ່ນະຄອນຫຼວງວຽງຈັນ,ກ່ຽວກັບການພັດທະນາຊັບພະຍາກອນແຮ່ເກືອໂປຕາສ ຢູ່ ສປປ ລາວ.
ກອງປະຊຸມຄັ້ງນີ້ ເປັນການຜັນຂະຫຍາຍເນື້ອໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືສ້າງຄວາມເຂັ້ມແຂງ ກ່ຽວກັບ ວຽກງານ ພັດທະນາແຮ່ເກືອໂປຕາສ ແລະ ແຮ່ຕິດພັນ ຢູ່ໃນ 11 ແຂວງຂອງ ສປປ ລາວ ປະກອບມີນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈໍາປາສັກ, ອັດຕະປື, ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ ແລະ ໄຊຍະບູລີ ເພື່ອເປັນການຊຸກຍູ້ ໃຫ້ການພັດທະນາແຮ່ເກືອໂປຕາສ ຂອງ ສອງຊາດ ລາວ-ຈີນ ໃຫ້ໄດ້ຮັບການພັດທະນາແບບປະສົມປະສານ,ສົມທົບ, ແລກປ່ຽນບົດຮຽນ ແລະ ຖ່າຍທອດເຕັກ ນິກ-ເທັກໂນໂລຊີ ໃຫ້ ກັນ ແລະ ກັນ. ພ້ອມນີ້ກໍເພື່ອເປັນການຊຸກຍູ້ ການຄຸ້ມຄອງ-ການພັດທະນາແຮ່ເກືອໂປຕາສ ຢູ່ ສປປ ລາວ ເປັນອຸດສາຫະກຳຕ່ອງໂສ້ ແລະ ຕໍ່ ເນື່ອງໃຫ້ມີຄວາມຍືນຍົງ, ສີຂຽວ ແລະ ນຳໃຊ້ຊັບພະຍາກອນແຮ່ທາດ ໃຫ້ມີໄດ້ຮັບຜົນປະໂຫຍດສູງສູດ ຕາມວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030.
ກອງປະຊຸມໃຫ້ກຽດເປັນປະທານຮ່ວມລະຫວ່າງ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ແລະ Mr. Wang Xiaofeng ປະທານສະມາຄົມອຸດສາຫະກໍາເກືອອະນົງຄະທາດ ສປ ຈີນ.
ທີ່ມາ: ສູນຂ່າວພະລັງງານ ແລະ ບໍ່ແຮ່





