ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 23

Oct 29, 2024

ງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 23 ປີ 2024 ຈັດຂຶ້ນວັນທີ 28 ຕຸລາ 2024 ທີ່ສູນການຄ້າລາວ-ໄອເຕັກ ນະຄອນ ຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳພັກ-ລັດ ແຂກຖືກເຊີນ ແລະ ຂະແໜງການກ່ຽວຂ້ອງ.
ງານຄັ້ງນີ້ ຈັດຂຶ້ນພາຍໃຕ້ຄໍາຂວັນ: ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ ເຊື່ອມໂຍງມໍລະດົກຜ້າແພພື້ນເມືອງອາ ຊຽນ ເພື່ອສະເຫຼີມສະຫຼອງວັນຫັດຖະກຳລາວ ວັນທີ 1 ພະຈິກ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນເປັນເຈົ້າພາບຈັດກອງປະຊຸມສໍາມະນາການຕໍ່າແຜ່ນແພພື້ນເມືອງອາຊຽນ ຄັ້ງທີ 9 ທີ່ຈະໄດ້ຈັດຂຶ້ນໃນວັນທີ 4-6 ພະຈິກ ປີ 2024 ທີ່ ນະຄອນຫຼວງ ວຽງຈັນ ເພື່ອສ້າງຂະບວນການສະຫລອງປີທ່ອງທ່ຽວລາວ ປີ 2024 ເປັນສະຖານທີ່ທ່ອງທ່ຽວ ດ້ານຫັດຖະກຳ ດັ່ງຄໍາຂັວນ “ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ” ສະເຫຼີມສະຫຼອງ “ຫັດຖະກຳພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ” ໄດ້ຮັບເປັນມໍລະດົກໂລກຈາກອົງການ UNESCO
ງານມະຫາກຳສີມືຫັດຖະກຳລາວ 2024 ເລີ່ມແຕ່ວັນທີ 26 ຕຸລາ ຫາ ວັນທີ 3 ພະຈິກນີ້ທີ່ສູນການຄ້າລາວ-ໄອເຕັກ(ຕຶກເກົ່າ) ປະກອບມີພາກສ່ວນແຜ່ນແພ (ຜ້າໄໝ ຜ້າຝ້າຍ), ເຄື່ອງປະດັບ (ເງິນ ຄໍາ ແກ້ວປະເສີດ), ເຄື່ອງຈັກສານ, ຜະລິດຕະພັນວັດທະ ນະທໍາ (ເຄື່ອງປັ້ນດິນເຜົາ ໄມ້ແກະສະຫຼັກ ເຄື່ອງດົນຕີພື້ນເມືອງຕ່າງໆ), ເຟີນີເຈີ ອາຫານສໍາເລັດຮູບພື້ນເມືອງ ສະໝຸນໄພ ແລະ ອື່ນໆ ລວມທັງໝົດ 243 ຮ້ານທີ່ມາຈາກຊ່າງຫັດຖະກຳລາວຈາກບັນດາແຂວງທົ່ວປະເທດ.
ນອກຈາກນີ້ ພາຍໃນງານຍັງມີກິດຈະກຳຫຼາຍຢ່າງເປັນຕົ້ນ ການສຳມະນາປັບປຸງເຕັກນິກການຕໍ່າຜ້າຝ້າຍ, ເຜີຍແຜ່ການນໍາໃຊ້ກາໝາຍຫັດຖະກຳແຫ່ງຊາດ, ສົ່ງເສີມການເຂົ້າເຖິງຕະຫຼາດເອີຣົບ (ວັນທີ 31 ເວລາ 14-16ໂມງ) ການແຂ່ງຂັນຜະລິດຕະພັນດີເດັ່ນເປັນກິດຈະກຳທີ່ມີຄວາມພິເສດອີກກິດຈະກຳໜຶ່ງໃນງານເພາະວ່າ ການແຂ່ງຂັນສິລະປະລາຍນາກ ແລະ ລວດລາຍດອກໄມ້ປະຈຳທ້ອງຖິ່ນປຽບເໝືອນຄໍາເວົ້າທີ່ວ່າສະໜາມຮົບວິຊາສີມືຄຸນນະພາບ ເພື່ອແຂ່ງຂັນ ຊີງເອົາລາງວັນອັນມີກຽດແຫ່ງພູມ ປັນຍາ ແລະ ອື່ນໆ.
ທີ່ມາ: ເສດຖະກິດ-ການຄ້າ