ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜ່ານເນື້ອໃນແຜ່ນພັບ ແລະ ຄູ່ມືການເລືອກຕັ້ງ

Oct 29, 2024

ກອງປະຊຸມຜ່ານເນື້ອໃນແຜ່ນພັບໂຄສະນາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ປຶ້ມຄູ່ມືການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ຈັດຂຶ້ນໃນວັນທີ 28-29 ຕຸລາ 2024 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຸບັນ ສະວະບຸດ ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ).
ທ່ານ ສຸບັນ ສະວະບຸດ ກ່າວວ່າ: ຜ່ານມາໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການສ້າງແຜ່ນພັບ ແລະ ກອງປະຊຸມລະດົມແນວຄວາມຄິດຕໍ່ປຶ້ມຄູ່ມືການເລືອກຕັ້ງ ໃນຂອບເຂດທົ່ວປະເທດ ໂດຍຈັດເປັນ 2 ຈຸດ, ຜ່ານກອງປະ ຊຸມ 3 ຄັ້ງຜ່ານມານັ້ນ, ໂດຍລວມແລ້ວ ມີຄວາມເຫັນດີເປັນເອກະພາບຂັ້ນພື້ນຖານຕໍ່ໂຄງສ້າງ ແລະ ເນື້ອໃນຂອງແຜ່ນພັບ ແລະ ປຶ້ມຄູ່ມືການເລືອກຕັ້ງດັ່ງກ່າວ; ເພື່ອເປັນການສືບຕໍ່ບາດ ກ້າວຕໍ່ໄປ, ກຳມາທິການວຽກງານສະມາຊິກສະ ພາແຫ່ງຊາດ ຈຶ່ງໄດ້ສືບຕໍ່ຈັດກອງປະຊຸມຜ່ານເນື້ອໃນແຜ່ນພັບ ແລະ ປຶ້ມຄູ່ມືການເລືອກຕັ້ງ ເປັນຮອບທີ 2 ເພື່ອກວດ ກາຄືນດ້ານເນື້ອໃນ ແລະ ຮູບແບບ ທີ່ໄດ້ມີການປັບປຸງບາງເນື້ອໃນຕາມແນວຄິດຈິດໃຈຂອງຜູ້ແທນໃນກອງປະຊຸມຜ່ານມາ ໃຫ້ມີຄວາມລະອຽດ, ເໝາະສົມ, ຮັດກຸມ ແລະ ສອດຄ່ອງກັບບັນດາກົດໝາຍທີ່ປັບປຸງໃໝ່. ສັງລວມແລ້ວກອງປະຊຸມຄັ້ງນີ້ ແມ່ນການກວດກາດ້ານໂຄງສ້າງ, ຮູບແບບ ແລະ ດ້ານເນື້ອໃນຢ່າງຮອບດ້ານ.
ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງບົດສະເໜີການຮ່າງແຜ່ນພັບ ແລະ ປຶ້ມຄູ່ມືການເລືອກຕັ້ງ; ຈາກນັ້ນ ກໍສົນ ທະນາແລກປ່ຽນຄວາມຄິດເຫັນເຊິ່ງກັນແລະກັນ ເພື່ອເຮັດໃຫ້ເນື້ອໃນມີຄວາມຊັດເຈນ ແລະ ກວສຊ ຈະນຳໄປປັບປຸງໃຫ້ສຳເລັດຕາມແຜນການທີ່ວາງໄວ້.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບປະມານຈາກໂຄງການສ້າງຄວາມເຂັ້ມ ແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂງ ຫຼື ສະເຕັບສ໌ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ ສົມທົບກັບງົບປະມານຂອງຄະນະເລຂາທິການສະພາແຫ່ງ ຊາດ.
ຂ່າວ: ສອນສັກ ວັນວິໄຊ