ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫຼວງນ້ຳທາ ກຽມສົ່ງນັກກິລາ 6 ປະເພດ ເຂົ້າຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ VII

Oct 29, 2024

ທ່ານ ທະນົງສັກ ລາດສີທອງ ຫົວໜ້າຂະແໜງ ກິລາ-ກາຍະກໍາ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: 6 ປະເພດກິ ລາທີ່ຈະສົ່ງເຂົ້າຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ລວມມີ: ບານເຕະ (ຊາຍ), ແລ່ນ-ລານ, ກະຕໍ້, ເປຕັງ, ໜ້າເກັກ ແລະ ກິລາໝາກແລ້ ໂດຍໄດ້ສໍາເລັດການຄັດເລືອກນັກກິລາທີ່ຈະມາເປັນຕົວແທນແຂວງໃນທ້າຍເດືອນຕຸລາ ຜ່ານມານີ້.
ສຳລັບຜົນງານຂອງນັກກິລາແຂວງຫລວງນໍ້າທາໃນການເຂົ້າຮ່ວມງານມະຫາກໍາກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VI ປີ 2017 ທີ່ແຂວງບໍລິຄຳໄຊ ສາມາດຍາດໄດ້ 2 ຫຼຽນເງິນ ແລະ 2 ຫຼຽນທອງ ຈາກການສົ່ງ 3 ປະເພດກິລາເຂົ້າ ຮ່ວມການແຂ່ງຂັນຄື: ແລ່ນ-ລານ, ໝາກຂ່າງ ແລະ ໜ້າເກັກ.
อาจเป็นรูปภาพของ 10 คน และ ข้อความ