ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບລາງວັນຜະລິດຕະພັນຫັດຖະກຳດີເດັ່ນ “ສິລະປະລາຍນາກ ແລະ ລວດລາຍດອກໄມ້ປະຈໍາທ້ອງຖິ່ນ”

Oct 30, 2024

ພິທີມອບລາງວັນຜະລິດຕະພັນຫັດຖະກຳດີເດັ່ນ “ສິລະປະລາຍນາກ ແລະ ລວດລາຍດອກໄມ້ປະຈໍາທ້ອງຖິ່ນ” ຈັດຂຶ້ນວັນທີ 29 ຕຸລາ 2024 ທີ່ສູນການຄ້າລາວ-ໄອເຕັກ. ມີ ທ່ານນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ ປະທານຄະນະທີ່ປືກສາສະມາ ຄົມຫັດຖະກຳລາວ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຂະ ແໜງການກ່ຽວຂ້ອງເຂົ້າຮ່ວມ.
ງານແຂ່ງຂັນຜະລິດຕະພັນຫັດຖະກຳດີເດັ່ນປີ 2024 ມີ 2 ຫົວຂໍ້ຄື “ສິລະປະລາຍນາກ” ຊິງຂັນລາງ ວັນ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາງວັນພິເສດ “ລວດລາຍດອກໄມ້ປະຈໍາທ້ອງຖິ່ນ” ຊິງຂັນລາງວັນ ທ່ານນາງນາລີ ສີສຸລິດ ເຊິ່ງຜະລິດຕະພັນສົ່ງເຂົ້າຄັດເລືອກທັງໝົດມີ 68 ຜະລິດຕະ ພັນ ແບ່ງເປັນ 2 ສາຍຄື ສິລະປະລາຍນາກ 51 ຜະລິດຕະພັນ ລວດລາຍດອກໄມ້ປະຈໍາທ້ອງຖິ່ນ 17 ຜະລິດຕະພັນ.
ຜ່ານການຕັດສິນ ແລະ ໃຫ້ຄະແນນຂອງຄະນະກໍາມະການເຫັນວ່າ ລາງວັນຊະນະເລີດ “ສິລະປະລາຍນາກ” ແມ່ນທ່ານນາງ ອຸດສາວະດີ ໄຊສະນິດ ຫັດຖະກໍາແພງໄໝ, ລາງວັນທີ 2 ແມ່ນທ່ານນາງປານີ ຄຸນວິໄລ ສູນຫັດຖະກຳ ອອກພົບຕົກ ແຂວງຫຼວງພະບາງ, ລາງວັນທີ ທີ 3 ແມ່ນນາງ ເພັດ ນອງລາວ ກຸ່ມຜະລິດຫັດຖະກຳ ຕໍ່າແຜ່ນຊົນເຜົ່າບ້ານໃໝ່ຫົວ ເມືອງ ເມືອງ ລະມາມ ແຂວງເຊ ກອງ.
ສ່ວນ ລາງວັນຊະນະເລີດລາງວັນພິເສດລວດລາຍດອກໄມ້ປະຈໍາທ້ອງຖິ່ນແມ່ນທ່ານນາງ ບົວລອຍ ແປງແສງແກ້ວ ຮ້ານຜະລິດຜ້າຝ້າຍ ຍ້ອມສີທຳມະຊາດ ບ້ານ ວຽງແກ້ວ ເມືອງ ຫົງສາ ແຂວງ ໄຊຍະບູລີ.
ສຳລັບລາງໃນຄັງ້ນີ້, ລາງວັນທີ 1 ໄດ້ຮັບເງິນສົດ 10 ລ້ານກີບພ້ອມຂັນລາງວັນ ທີ 2 ແມ່ນ 5 ລ້ານກີບ ພ້ອມຂັນລາງວັນ ແລະ ທີ 3 ແມ່ນ 3 ລ້ານກີບ ພ້ອມຂັນລາງວັນ ເປັນກຽດລາງວັນໂດຍທ່ານນາງ ນາລີ ສີສຸລິດ ແລະ ທ່ານ ມະໂນທອງ ວົງໄຊ
ທີ່ມາ: ວຽງຈັນໃໝ່