ສູນຮ່ວມມືແລກປ່ຽນພາສາຈີນ, ພາສາຕ່າງປະເທດແຫ່ງຊາດຈີນ ຮ່ວມກັບສະ ຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ຈັດເທສະການອາຫານລາວ-ຈີນ ໃນຫົວຂໍ້ “ປະຊາຊົນຖືອາຫານເປັນເລື່ອງສໍາຄັນ” ໃນຕອນບ່າຍຂອງວັນທີ 29 ຕຸລາ 2024 ຢູ່ສະໂມສອນສະຖາບັນຂົງຈື ນະຄອນຫລວງວຽງຈັນ.
ເທສະການອາຫານລາວ-ຈີນຄັ້ງນີ້ ເປັນກິດຈະກຳໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ, ເປັນ ການເປີດໂອກາດໃຫ້ນັກຮຽນ-ນັກສຶກສາ ໄດ້ສຳຜັດວັດທະນະທຳອາຫານຈີນ ທີ່ມີປະຫວັດສາດອັນຍາວນານ ແລະ ສືບທອດກັນມາຫລາຍພັນປີ, ເຊື່ອວ່ານອກ ຈາກລົດຊາດອາຫານທີ່ແຊບແລ້ວ ຍັງເຕັມໄປດ້ວຍວັດທະນະທຳ ທີ່ເປັນເອກະລັກຂອງເຜົ່າພື້ນເມືອງ ແລະ ແຕ່ລະທ້ອງຖິ່ນທົ່ວປະເທດຈີນ. ໃນຫລາຍປີຜ່ານມາສະຖາ ບັນຂົງຈື ໄດ້ດຳເນີນການຮຽນ-ການສອນພາສາຈີນ ແລະ ຈັດກິດຈະກໍາທີ່ຕິດພັນກັບການສົ່ງເສີມເຜີຍແຜ່ແລກປ່ຽນວັດທະນະທຳ ສອງຊາດລາວ-ຈີນ ຢ່າງຕັ້ງໜ້າ ແລະ ປະກອບ ສ່ວນສຳຄັນໃນການຮ່ວມມື ທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ.
ທ່ານ ຕູ້ຊາງຊິ່ງ ຫົວໜ້າຫ້ອງການການເມືອງ ສະຖານທູດຈີນ ປະຈຳລາວ ໄດ້ໃຫ້ຮູ້ວ່າ: ໃນປີ 2024 ເປັນປີຄົບຮອບ 15 ປີ ແຫ່ງການສ້າງຕັ້ງສາຍພົວພັນແບບຄູ່ຮ່ວມ ມືຍຸດທະສາດຮອບດ້ານ ລະຫວ່າງສອງຊາດ ລາວ-ຈີນ, ເປັນປີທຳອິດໃນການເລີ່ມ ຕົ້ນ ປະຕິບັດແຜນຮ່ວມຊາຕາກຳລາວ-ຈີນ ແລະ ທັງເປັນປີແລກປ່ຽນວັດທະນະທຳ ຈີນ-ອາຊຽນ.
ສະຖາບັນຂົງຈື ແມ່ນຂົວເຊື່ອມຕໍ່ການຮ່ວມມືດ້ານການສຶກສາ ແລະ ວັດທະນະ ທຳລາວ-ຈີນ, ໃນຫລາຍປີຜ່ານມາ, ໄດ້ຝຶກອົບຮົມພາສາຈີນ ແລະ ຈັດກິດຈະກໍາວັດ ທະນະທຳຢ່າງຕັ້ງໜ້າ ໂດຍສະເພາະ ໄດ້ຝຶກອົບຮົມພາສາຈີນ ໃຫ້ແກ່ບຸກຄະລາກອນດ້ານພາ ສາຈີນ, ສົ່ງເສີມການແລກປ່ຽນດ້ານການສຶກສາ-ວັດທະນະທຳ, ຄວາມເຂົ້າ ໃຈເຊິ່ງກັນ ແລະ ກັນຂອງປະຊາຊົນສອງຊາດ, ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການພົວພັນຮ່ວມມື ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຊາດລາວ-ຈີນ.
ການຈັດງານຄັ້ງນີ້, ສາມາດຊຸກຍູ້ຄວາມເຂົ້າ ໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາ ຊົນສອງຊາດ ຜ່ານວັດທະນະທຳອາຫານ ທີ່ເປັນເອກະລັກສະ ເພາະຂອງທັງສອງຊາດ, ເພີ່ມພູນມິດຕະພາບອັນເລິກເຊິ່ງລະຫວ່າງ ຊາວໜຸ່ມ ແລະ ປະຊາຊົນສອງຊາດ ລາວ -ຈີນ ແລະ ຮ່ວມກັນສົ່ງເສີມການແລກປ່ຽນດ້ານການສຶກສາ ແລະ ວັດທະນະທຳລະຫວ່າງ ລາວ-ຈີນໃຫ້ນັບມື້ເລິກເຊິ່ງກວ່າເກົ່າ.
ຂ່າວ: ກິດຕາ
ພາບ: ນັດເວລາ






