ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນສັນຍາໂຄງການກໍ່ສ້າງທາງຊົນນະບົດຢູ 3 ເມືອງຂອງແຂວງຫົວພັນ

Oct 31, 2024

ວັນທີ 29 ຕຸລາ 2024 ນີ້, ຢູ່ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ, ໄດ້ຈັດພີທີເຊັນສັນຍາ ໂຄງ ການກໍ່ສ້າງເສັ້ນທາງຊົນນະບົດຢູ່ 3 ເມືອງ ຄື: ເມືອງຫົວເມືອງ, ເມືອງສົບເບົາ ແລະ ເມືອງແອດ, ແຂວງຫົວພັນ. ໃນນີ້ ລວມມີ:
– ໂຄງການກໍ່ເສັ້ນທາງແຕ່ບ້ານປາຄ່າໃຕ້ ຫາ ບ້ານໂຮມກອງ ເມືອງຫົວເມືອງ ມີຄວາມຍາວ 18 ກິໂລແມັດ, ໂດຍແມ່ນ ບໍລິສັດ ວັນນະວົງ ຈຳກັດ ຮ່ວມກັບ ບໍລິສັດ VLP ເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າ 3 ລ້ານກ່ວາໂດລາສະຫະລັດ, ໄລຍະການກໍ່ສ້າງ 18 ເດືອນ.
– ໂຄງການກໍ່ສ້າງຂົວເບຕົງຍາວ 40 ແມັດ, ທາງປູຢາງ 1 ກິໂລ ແມັດ ແລະ ກໍ່ສ້າງວຽກພື້ນຖານຂະໜາດນ້ອຍຢູ່ ເມືອງສົບເບົາ ມູນຄ່າ 3 ແສນກ່ວາໂດລາ, ໃຊ້ເວລາການກໍ່ສ້າງທັງໝົດ 9 ເດືອນ
– ໂຄງການກໍ່ສ້າງທາງປູຢາງແຕ່ ບ້ານນາຄຳ ຫາ ແກ້ງລິດ ເມືອງແອດ ຍາວ 5 ກິໂລແມັດກ່ວາ, ມູນຄ່າການກໍ່ສ້າງ 6 ແສນກ່ວາໂດລາສະຫະລັດ, ໄລຍະການກໍ່ສ້າງ 18 ເດືອນ ແມ່ນ ມອບໃຫ້ ບໍລິສັດ ພູພຽງກໍ່ສ້າງ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດ ເຊົ່າເທິ້ນສະໂຕນ ສຳຫຼວດ-ອອກແບບ ແລະ ກໍ່ສ້າງ ຈຳກັດເປັນຜູ້ຮັບເໝົາ ກໍ່ສ້າງ.
ຮ່ວມລົງນາມບົດບັນທຶກສັນຍາໂຄງການກໍ່ສ້າງຄັ້ງນີ້, ຕາງໜ້າເຈົ້າຂອງໂຄງການໂດຍ ແມ່ນ: ທ່ານເສີມຄໍາ ຈັນທະວົງ ຫົວໜ້າໂຄງການພັດທະນາຊົນນະບົດໄລຍະ 3 ແລະ 4 ຈາກກົມຂົວທາງ ກະຊວງໂຍທາ ທິການ ແລະຂົນສົ່ງຮ່ວມກັບຜູ້ຕາງໜ້າ ບັນດາບໍລີສັດຮັບເໝົາກໍ່ສ້າງ. ໂດຍ ມີ ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ, ຫົວໜ້າໜ້າພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ເຂົ້າຮ່ວມ.
ພາບ-ຂ່າວ: ຄານທອງ ຄຳວົງສາ