ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບກະດານດຳນ້ອຍໃຫ້ໂຮງຮຽນປະຖົມທົ່ວເມືອງນາກາຍ

Oct 31, 2024

ເມື່ອບໍ່ດົນມານີ້, ທີ່ໂຮງຮຽນປະຖົມ ອຸດົມສຸກ ໄດ້ຈັດພິທີມອບ-ຮັບ ກະດານດຳນ້ອຍ ໃຫ້ໂຮງຮຽນປະຖົມທົ່ວເມືອງນາກາຍ ແຂວງຄຳມ່ວນ. ໃຫ້ກຽດຕາງໜ້າມອບໂດຍ ທ່ານ ສົມບັດ ປັນ ຍາສິດ ຮອງເຈົ້າເມືອງໆນາກາຍ ແລະ ຮັບໂດຍ ຕາງໜ້າອົງການປົກຄອງບ້ານ,ອຳນວຍການ ໂຮງຮຽນປະຖົມ ແລະ ປະທານກຸ່ມໂຮງຮຽນ.
ກະດານດຳນ້ອຍທີ່ນຳມາມອບໃນຄັ້ງນີ້ມີຈຳນວນທັງໝົດ 827 ແຜ່ນ ແລະ ຈະໄດ້ມອບໃຫ້ໂຮງຮຽນປະຖົມ 60 ແຫ່ງໃນທົ່ວເມືອງ ເຊີ່ງໄດ້ຮັບການຊ່ວຍເຫລືອຈາກທ່ານເຈົ້າແຂວງຄຳ ມ່ວນ.
ພາບ-ຂ່າວ : ນາງລຳມາ ມົງຄຸນ.