ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບູລະນະພູແດງ ເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ

Nov 1, 2024

ໂຄງການກໍ່ສ້າງປັບປຸງບູລະນະລົດຕັງພູແດງ ໃຫ້ເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ມີມູນຄ່າການກໍ່ສ້າງທັງໝົດ 974,794,139 ກີບ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດໂຄງການແຕ່ວັນທີ 18 ມີນາ 2023 ຫາ ວັນທີ 18 ມີນາ 2025 ໃຫ້ສໍາເລັດຕາມສັນຍາ.
ວັນທີ 29 ຕຸລາ 2024 ຫ້ອງການຖະແຫຼງຂ່າວ- ວັດທະນະ ທຳ ແລະທ່ອງທ່ຽວ ເມືອງຊານໄຊ ແຂວງອັດຕະປື ພ້ອມດ້ວຍຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂັ້ນເມືອງ ໄດ້ເຄື່ອນ ໄຫວຕິດຕາມກວດກາ ແລະ ຊຸກຍູ້ຕື່ມ ໂດຍມີ ທ່ານ ບົວລາ ພັນມີໄຊ ຮອງເຈົ້າເມືອງຊານໄຊ ພ້ອມຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂັ້ນເມືອງ ໄດ້ລົງເຄື່ອນໄຫວປະເມີນກວດກາໄລຍະສຸດທ້າຍ ຂອງການໂຄງການກໍ່ສ້າງປັບປຸງບູລະນະລົດຕັງພູແດງ, ໃນການເຄື່ອນໄຫວປະເມີນກວດກາໄລຍະສຸດທ້າຍຂອງການໂຄງການກໍ່ສ້າງປັບປຸງບູລະນະລົດຕັງພູແດງຄັ້ງນີ້. ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂັ້ນເມືອງ ໄດ້ກວດກາຫຼາຍໜ້າວຽກທີ່ສຳຄັນຄື: ວຽກດິນ,ວຽກເບຕົງ, ວຽກກໍ່-ໂບກ, ຕົບ ແຕ່ງ,ວຽກຕິດຕັ້ງ,ວຽກຕົບແຕ່ງເດີ່ນ,ວຽກທາສີ,ວຽກຂົນສົ່ງ ແລະວຽກພັນທະຕ່າງໆ,ຜ່ານການປະເມີນກວດກາຕົວຈິງເຫັນວ່າໜ້າວຽກຕ່າງໆສຳເລັດ100%.
ໂຄງການກໍ່ສ້າງປັບປຸງບູລະນະລົດຕັງພູແດງ ແຫຼ່ງທ່ອງ ທ່ຽວທາງປະຫວັດສາດ ຕັ້ງຢູ່ຕີນພູແດງ ຫາງຈາກເທດສະບານເມືອງ ປະມານ 24 ກິໂລແມັດ ໄປຕາມເສັ້ນທາງອິນດູຈີນ, ສາກລົດຕັງພູແດງ ເປັນຮອງຮອຍປະຫັວດສາດສະໄໝສົງຄາມໂລກຄັ້ງທີII ແລະໄດ້ພົບເຫັນທີ່ພູແດງບ້ານດາກຮຽດເກົ່າ, ລົດຕັ້ງແມ່ນຜະລິດຢູ່ປະເທດ ສປປ ຈີນ ແລະ ໄດນໍາເຂົ້າມາປະເທດລາວ ຕາມເສັ້ນທາງເລກທີ 9 ຜ່ານເມືອງພີນ, ເມືອງເຊໂປນ ແລະ ເມືອງນອງ ແຂວງສະຫັວນນະເຂດ, ເມືອງຕະໂອ້ຍ ແຂວງສາລະ ວັນຂ້າມນ້ຳເຊກອງຢູ່ບ້ານບາກ ເມືອງກະລຶມ ແຂວງເຊກອງ ແລະ ຜ່ານເສັ້ນທາງອິນດູຈີນ ທົ່ງເຫຼັກເມືອງດາກຈຶງ ແຂວງເຊກອງ ແລະ ເຂົ້າມາສູ່ ບ້ານດາກນົງ,ດາກປອກເກົ່າ,ດາກຮຽດ ພູແດງເມືອງຊານໄຊ ແຂວງອັດຕະປື, ການເຄື່ອນໄຫວລົດຕັ້ງນັ້ນແມ່ນເພື່ອເຂົ້າມາປົດປ່ອຍພາກໄຕ້ຂອງລາວ ແລະຫວຽດນາມ ໃນລະຫວ່າງເດືອນ ຕຸລາ ປີ 1969-1970 ມີຈໍານວນທັງໝົດ 6 ຄັນ, ມາຮອດເມືອງຊານໄຊ ໄດ້ຖືກຍົນສັດຕູຖິ້ມລະເບີດລົງໃສ່ ແລະ ເຮັດໃຫ້ລົດຕັ້ງດັ່ງກ່າວໃນຈໍານວນ 6 ຄັນ ໄດ້ຮັບຜົນເສຍຫາຍທັງໝົດ.
ມາຮອດປະຈຸບັນທາງອໍານາດການປົກຄອງເມືອງ ໄດ້ຟຶ້ນຟູປັບປຸງບູລະນະລົດຕັງພູແດງ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ,ເປັນບ່ອນທ່ອງທ່ຽວ ແລະ ຈຸດຊົມວິວທໍາມະຊາດອ່າງໂຕ່ງເຊກະໝານ ແລະ ເປັນບ່ອນພັກເຊົາໃຫ້ແກ່ ພໍ່ແມ່ປະຊາ ຊົນພາຍໃນເມືອງທີ່ກາຍໄປກາຍມາ ແລະນັກທ່ອງທ່ຽວ, ເປັນບ່ອນຜ່ອນຄາຍ ແລະຈູດທູບທຽນຄາລະບູຊາ ເພື່ອລະນຶກເຖິງຄຸນງາມຄວາມດີຂອງນັກຮົບແຂ່ງຂັນ, ນັກຮົບວິລະຊົນ ສາມຊາດລາວ-ຫວຽດນາມ ແລະກຳປູເຈຍ ໃນປາງສົງຄາມທີ່ຍອມເສຍສະືຫຼະເລືອດເນື້ອ ເພື່ອແຜ່ນດິນ ເພື່ອປະເທດຊາດ ແລະ ເພື່ອລູກຫຼານໄດ້ຢູ່ເຢັນເປັນສຸກ,ສາກລົດຕັງພູແດງເປັນເສດເຫຼັກຂອງສົງຄາມເຊິ່ງເປັນຮ່ອງຮອຍປະຫວັດສາດ ທີ່ເປັນມົນສະເໜ່ດ້ານການທ່ອງທ່ຽວ ທາງປະຫວັດສາດ ທີ່ເຕີມແຕ່ງດ້ວຍທິວທັດທຳມະຊາດທີ່ສວຍສົດງົດງາມ ເພື່ອດຶງດູດນັກທັງທ່ອງທ່ຽວທັງພາຍໃນແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ເມືອງຊານໄຊນັບມື້ນັບຫຼາຍຂື້ນ.
ຂ່າວ: ສຸກສະຫວ່າງ