ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI

Nov 2, 2024

ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI
ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ວາລະເປີດກວ້າງ ພາຍຫຼັງທີ່ໄດ້ດໍາເນີນມາແຕ່ວັນທີ 28 ຕຸລາ 2024 ແລະ ອັດລົງໃນຕອນບ່າຍ ຂອງວັນທີ 1 ພພະຈິກນີ້ ທີ່ ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ.
ກອງປະຊຸມໄດ້ປຶກສາຫາລື, ຕີລາຄາບັນຫາ​ ຢ່າງ​ພາວະວິໄສ, ເລິກເຊິ່ງ, ກົງ​ໄປ​ກົງ​ມາ ​ແລະ​ ມີ​ຄວາມ​ເປັນ​ເອກະ​ພາບ ຮັບຮອງດ້ານຫຼັກການ​ ຕໍ່​ບັນດາຫົວຂໍ້ທີ່​ຍົກ​ຂຶ້ນ ເພື່ອເປັນທິດຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ດຳເນີນການໃນຂັ້ນຕອນຕ່າງໆຕໍ່ໄປ ​ຄື:
1. ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈໍາປີ 2024 ແລະ ທິດທາງ ປີ 2025 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ.
2. ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ປະຈໍາປີ 2024 ແລະ ທິດທາງ ປີ 2025
3. ການດໍາເນີນກອງປະຊຸມໃຫຍ່ ຂັ້ນຮາກຖານພັກອ້ອມຂ້າງເມືອງ-ນະຄອນ ແລະ ຮາກຖານບ້ານ ແລະ ກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານ ອ້ອມ ຂ້າງແຂວງ-ນະຄອນຫຼວງ ແລະ ຮາກຖານພັກອ້ອມຂ້າງກະຊວງ ແລະ ອົງການ.
4. ການປັບປຸງເນື້ອໃນບັນດາເອກະສານສໍາຄັນ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
5. ການປັບປຸງລັດຖະທໍາມະນູນ ສະບັບ ປີ 2015.
ຄະນະບໍລິຫານງານສູນກາງພັກ ມີຄວາມເປັນເອກະພາບຕີລາ ຄາວ່າ ປີ 2024 ເປັນປີໜຶ່ງ ທີ່ປະເທດເຮົາ ປະເຊີນກັບສິ່ງທ້າ ທາຍທົດສອບຫຼາຍປະການ ເປັນຕົ້ນແມ່ນຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ລາຄາສິນຄ້າ-ຄ່າຄອງຊີບສູງ, ໄພພິບັດທຳມະຊາດ, ປະກົດການຫຍໍ້ທໍ້ໃນສັງຄົມ, ບັນຫາຢາເສບຕິດ ແລະ ອື່ນໆ ໄດ້ສ້າງຄວາມຫຍຸ້ງຍາກ, ກະທົບຕໍ່ການພັດທະນາ ແລະ ການດຳລົງຊີວິດຂອງປະຊາຊົນ, ພະນັກງານ, ລັດຖະກອນ, ທະ ຫານ-ຕຳຫຼວດ, ແຕ່ດ້ວຍຄວາມບຸກບືນສູ້ຊົນຂອງບັນດາອົງການໃນລະບົບການເມືອງ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງທົ່ວປວງຊົນລາວ ພາຍໃຕ້ການຊີ້ນຳຂອງສູນກາງພັກ, ຄະນະພັກ, ອົງການປົກຄອງທຸກຂັ້ນ, ພວກເຮົາສາມາດຮັບປະກັນສະຖຽນ ລະພາບທາງການເມືອງຍັງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ການພັດທະນາ ສືບຕໍ່ເປັນຂະ ບວນການຕໍ່ເນື່ອງ.
ໃນ 9 ເດືອນ ປີ 2024 ສາມາດບັນລຸການເຕີບໂຕເສດຖະກິດ (GDP) ສູງກວ່າຄາດໝາຍທີ່ກໍານົດໄວ້ໃນແຜນ ຊຶ່ງຄາດຄະເນວ່າໝົດປີ ຈະບັນລຸໄດ້ 4,6%, ການຈັດເກັບລາຍຮັບບັນລຸຕາມແຜນ, ບາງທ້ອງຖິ່ນກໍລື່ນຄາດໝາຍ, ການຜະລິດສິນຄ້າເພີ່ມ ຂຶ້ນ, ການຄຸ້ມຄອງ ແລະ ຈຳກັດການນຳເຂົ້າສິນຄ້າ ໄດ້ປະຕິບັດຢ່າງມີຈຸດສຸມ, ອັດຕາແລກປ່ຽນເງິນຕາຕ່າງປະເທດ ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້ ແລະ ເງິນກີບ ສືບຕໍ່ແຂງຄ່າຂຶ້ນຕໍ່ເນື່ອງ. ເວົ້າລວມມາດຕະການດ້ານເສດຖະກິດ ໄດ້ຮັບການຈັດຕັ້ງປະຕິ ບັດ ເປັນລະບົບ ແລະ ສຳເລັດເປັນສ່ວນໃຫຍ່.
ເຖິງຢ່າງໃດກໍຕາມ, ຄະນະບໍລິຫານງານສູນກາງພັກ ຍັງໄດ້ຊີ້ໃຫ້ເຫັນບັນຫາຈຳນວນໜຶ່ງ ທີ່ຕ້ອງສຸມໃສ່ແກ້ໄຂ ເພື່ອສ້າງການຫັນ ປ່ຽນໃໝ່ທີ່ຕັ້ງໜ້າ ແລະ ສ້າງບັນຍາກາດ, ຂະບວນການທີ່ແຂງ ແຮງ, ຟົດຟື້ນ ໃນປີ 2025 ເປັນຕົ້ນແມ່ນການຄຸ້ມຄອງມະຫາພາກຂອງລັດບາງດ້ານ ຍັງເຮັດບໍ່ທັນໄດ້ດີ; ລະບຽບການ, ກົນໄກ, ໂຄງລ່າງພື້ນຖານ, ການຕອບສະໜອງສິ່ງອຳນວຍຄວາມສະດວກໃຫ້ແກ່ການຜະລິດ, ທຸລະກິດ-ບໍລິການ ຍັງມີຫຼາຍດ້ານຕ້ອງໄດ້ມີການປັບປຸງ ແລະ ຍົກລະດັບຂຶ້ນຕື່ມ, ນັບທັງຄວາມຮັບຜິດ ຊອບຂອງພະນັກງານ-ລັດຖະກອນ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ປະທານກອງປະຊຸມ ໄດ້ມີຄຳເຫັນເນັ້ນໜັກ ຕໍ່ກອງປະຊຸມດັ່ງນີ້:
ໃນສະພາບທີ່ມີຄວາມຫຍຸ້ງຍາກ ຍິ່ງຕ້ອງເອົາໃຈໃສ່ຊີ້ນຳ-ນໍາພາວຽກງານການເມືອງ-ແນວຄິດ ພາຍໃນຄະນະພັກ, ສະມາຊິກພັກ, ຖັນແຖວພະນັກງານ, ທະຫານ, ຕຳຫຼວດ ແລະ ທົ່ວປວງຊົນ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ຮັກສາໄດ້ຄວາມສາມັກຄີພາຍໃນຢ່າງໜັກແໜ້ນ.
ເດັດດ່ຽວສູ້​ຊົນ​ຈັດ​ຕັ້ງ​ປະຕິບັດບັນດາ​ຄາດໝາຍ ການ​ພັດທະນາ​ແຕ່​ລະ​ດ້ານ ແຕ່ນີ້ຫາທ້າຍ​ປີ 2024 ​ໃຫ້​ສໍາ​ເລັດ​ຜົນ ເພື່ອສ້າງທ່ວງທ່າໃໝ່ໃຫ້ແກ່​ປີ 2025 ຊຶ່ງ​ເປັນ​ປີ​ມ້ວນທ້າຍ​ ຂອງການປະ ຕິບັດ​ມະຕິກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ​ແລະ ​ແຜນ​ພັດ ທະນາ​ເສດຖະກິດ​-ສັງຄົມ ແຫ່ງຊາດ 5 ປີ ຄັ້ງ​ທີ 9 ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ດ້ວຍ​ຄວາມ​ເຊື່ອ​ໝັ້ນທີ່ໜັກ ແໜ້ນ
ວຽກບຸລິມະສິດ ຂອງລັດຖະບານ ແມ່ນເລັ່ງໃສ່ແກ້ໄຂບັນຫາເຄັ່ງ ຮ້ອນດ້ານເສດຖະກິດ-ການເງິນ, ໂດຍສະເພາະ ບັນຫາໜີ້ສິນ,​ ເງິນເຟີ້,​ ອັດຕາແລກປ່ຽນ,​ ຄຸ້ມຄອງລາຄາສິນຄ້າ ໃຫ້ຫຼຸດລົງ, ແກ້ໄຂຄ່າຄອງຊີບ, ພວກເຮົາ ຕ້ອງຕັດສິນໃຈບຸກເຂົ້າແກ້ໄຂບັນ ຫາຕົວຈິງ, ບໍ່ອາດປະປ່ອຍໃຫ້ແກ່ຍາວໄປກວ່ານີ້ອີກ.
ຂໍໃຫ້ບັນດາສະຫາຍກຳມະການສູນກາງພັກພວກເຮົາ ຍົກສູງຄວາມຮັບຜິດຊອບ ແລະ ຄວາມຕັດສິນໃຈ ​ຊີ້​ນໍາ​ບັນຊາ​ໂດຍ​ກົງ ​ແລະ ​ເດັດຂາດ ໃນການ​ແກ້​ໄຂກົນ​ໄກ-ຂອດ​ຂັ້ນ ທີ່ຍັງຊັກຊ້າ, ຫຍຸ້ງຍາກ, ຍັງມີຊ່ອງວ່າງ, ການປະສານງານ ທີ່ຍັງບໍ່ທັນໂລ່ງ ລ່ຽນ, ກົດ​ໜ່ວງຖ່ວງ​ດຶງການ​ພັດທະນາ, ແກ້ໄຂບັນຫາຄົນ,​ ປັບ ປຸງແກ້ໄຂ ພື້ນຖານໂຄງລ່າງທີ່ເປ່ເພຊຸດໂຊມ, ຮັບປະກັນ​ຄຸ້ມ​ຄອງ​ລາຍ​ຮັບ-ລາຍ​ຈ່າຍ ຕາມທິດຫັນເປັນທັນສະໄໝ, ໂປ່ງໃສ່, ບໍ່ຮົ່ວໄຫຼ; ​ເອົາໃຈໃສ່ນໍາພາ​ຢ່າງ​ແຂງ​ແຮງ ​ແລະ ​ແທດ​ເຖິງ ຕໍ່​ການ​ແກ້​ໄຂ​ຜົນ​ກະທົບ​ຈາກ​ນໍ້າ​ຖ້ວມ, ໂດຍສະເພາະ ຟື້ນຟູ, ປົວແປງພື້ນຖານໂຄງລ່າງ ຖະໜົນຫົນທາງ ໃຫ້ສາມາດທຽວໄປມາໄດ້ສະດວກ; ສ້ອມແປງລະບົບຊົນລະປະທານ, ໃຫ້ການສະໜັບສະໜູນດ້ານປັດໄຈການຜະລິດ, ແນວພັນ, ເຕັກນິກ-ວິຊາການ ໃຫ້ປະຊາຊົນໃຫ້ທັນກັບ​ການ​ຜະລິດ​ລະດູແລ້ງ.​
ສຸມໃສ່ແກ້ໄຂບັນຫາສັງຄົມຈຳນວນໜຶ່ງ ທີ່ເປັນບັນຫາເຄັ່ງຮ້ອນ, ເປັນຕົ້ນແມ່ນການແກ້ໄຂຊີວິດວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ທະຫານຕຳຫຼວດ, ແພດໝໍ, ຄູ-ອາຈານ,​ ພະນັກງານປະຕິວັດອາວຸໂສບໍານານ. ເອົາໃຈໃສ່ຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ ຢ່າງລວມສູນ, ຂຶ້ນທະບຽນແຮງງານ, ເລັ່ງສ້າງວຽກເຮັດງານທໍາ ແລະ ສ້າງແຮງງານທີ່ມີສີມືຕາມຄວາມຕ້ອງການຂອງຕະຫຼາດ, ແກ້ໄຂບັນຫາຫຍໍ້ທໍ້ໃນສັງຄົມ ໂດຍສະເພາະບັນຫາ ຢາເສບຕິດ.
ນອກຈາກນັ້ນ, ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ຍັງໄດ້ເນັ້ນໜັກໃຫ້ບັນດາສະຫາຍຄະນະບໍລິຫານງານສູນກາງພັກ ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ, ສຸມກຳລັງແຮງເຂົ້າໃສ່ການຊີ້ນຳ-ນຳພາ ວຽກງານໃຫ້ແຂງແຮງກວ່າເກົ່າ, ພ້ອມກັນເຊີດຊູຄວາມຮັບຜິດຊອບການເມືອງ ແລະ ຄວາມເປັນເຈົ້າການປະດິດສ້າງ, ເພີ່ມຄວາມຕັດສິນໃຈເຮັດແທ້ທຳຈິງ ແລະ ຄວາມເປັນແບບຢ່າງນຳໜ້າ ໃຫ້ສູງຂຶ້ນຕື່ມ, ນຳເອົາບັນດາຈິດໃຈ ຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ມີ​ໝາກ​ມີ​ຜົນ​​ຕົວຈິງ.
ຂ່າວ: ຫສພ, ພາບ: ພູວຽງຄຳ