ວັນທີ 1 ພະຈິກ 2024 ນີ້ ດຣ ຄຳສອນ ພົງສະຫວັດດີ ຫົວ ໜ້າພະແນກສາທາລະນະສຸກແຂວງ ຫຼວງພະບາງ ໄດ້ຖະແຫຼງຂ່າວກ່ຽວກັບການກະກຽມຄວາມພ້ອມ ປະກາດແຂວງຫຼວງພະບາງ ເປັນແຂວງຢຸດຕິການຖ່າຍຊະຊາຍ ທ່ານໃຫ້ຮູ້ວ່າ: ມາຮອດປັດ ຈຸບັນທົ່ວແຂວງຫລວງພະບາງ ມີທັງໝົດ 85.437 ຄອບຄົວ, ໃນນີ້ ມີວິດຖ່າຍເປັນຂອງຕົນເອງແມ່ນ 80.279 ຄອບຄົວ ເທົ່າກັບ 93,96% ແລະໃຊ້ວິດຖ່າຍຮ່ວມນໍາພີ່ນ້ອງມີທັງໝົດ 5,158 ຄອບຄົວ ເທົ່າກັບ 6,04%, ມີໂຮງຮຽນປະຖົມ 721 ແຫ່ງ, ໂຮງຮຽນມັດທະຍົມຕົ້ນ 67 ແຫ່ງ ແລະໂຮງຮຽນມັດທະຍົມສົມບູນ 49 ແຫ່ງ ທັງໝົດມີວິດຖ່າຍ ແລະໄດ້ນຳໃຊ້ທຸກແຫ່ງ.
ດຣ ຄຳສອນ ພົງສະຫວັດດີ ກ່າວຕື່ມວ່າ: ສຳລັບການກະກຽມປະກາດ ແຂວງຫຼວງພະບາງ ເປັນແຂວງຢຸດຕິການຖ່າຍຊະຊາຍ ໄດ້ສຳເລັດແລ້ວໂດຍພື້ນຖານ, ເຊີ່ງໃນວັນທີ 5 ພະຈິກນີ້ ຈະມີຂະບວນການຍ່າງເພື່ອສຸຂະພາບ ຕາມເສັ້ນທາງກາງເມືອງ ເລີ່ມຈາກສວນລາດແລງ ໄປຫາວັດຊຽງທອງ ເພື່ອສ້າງຂະບວນການຕ້ອນຮັບ ແລະວັນທີ 8 ພະຈິກ 2024 ນີ້ ຈະມີພິທີ ປະກາດ ແຂວງຫຼວງພະບາງເປັນ ແຂວງຢຸດຕິການຖ່າຍຊະຊາຍຢ່າງເປັນຂະບວນການຟົດຟື້ນ.



