ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງງາ ຍາດແຍ່ງແຫຼ່ງທຶນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມໄດ້ທັງໝົດ 12 ໂຄງການ ໃນປີ 2024.

Nov 4, 2024

ທ່ານ ທອງຄານ ວັດສະດາກອນ ວ່າການເລຂາພັກເມືອງ ເຈົ້າເມືອງ ເມືອງງາ ແຂວງອຸດົມໄຊ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສະ ຖານີວິທະຍຸໂທລະພາບແຂວງ ໃນວັນທີ 2 ພະຈິກ 2024 ນີ້ວ່າ: ໃນປີ 2024 ເມືອງງາ ສາມາດຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມສາມາດຈັດຕັ້ງປະຕິບັດບັນລຸຜົນສຳເລັດໃນຫຼາຍດ້ານ, ຫຼາຍຄາດໝາຍ ເປັນຕົ້ນແມ່ນການຍາດແຍ່ງຫາແຫຼ່ງທຶນຈາກແຕ່ລະພາກສ່ວນເຂົ້າໃນການພັດທະນາ ໄດ້ທັງໝົດ 12 ໂຄງການ: ມູນຄ່າລວມທັງໝົດ 16,669 ຕື້ກວ່າກີບ ທຽບໃສ່ແຜນປະຕິບັດໄດ້ 10,86%, ແຜນການປີ 2024 ແມ່ນ 153 ຕື້ກີບ ໃນນີ້: ການລົງທຶນຂອງລັດ (PIP) ປະຕິບັດໄດ້ທັງໝົດ: 1 ໂຄງການ; ມູນຄ່າທັງໝົດ: 130 ລ້ານກີບ; ທຽບໃສ່ແຜນການປີປະຕິບັດໄດ້ 5,61%. ທຶນຊ່ວຍເຫຼືອທາງການເພື່ອການພັດທະ ນາ( ODA)ປະຕິບັດໄດ້ທັງໝົດ: 4 ໂຄງການ; ປະຕິບັດໄດ້ 67% (ຮ່ວງ 4 ຕື້ຍ່ວນ ສປຈີນ) ການຈັດຕັ້ງປະຕິບັດໂຄງການ 4×100 ທຶນຂອງ ສປ ຈີນຊ່ວຍເຫຼືອ ເມືອງງາໄດ້ຮັບທັງໝົດ 4 ໂຄງການຄື: ໂຄງການກໍ່ສ້າງສຸກສາລາກຸ່ມນາຊານ. ໂຄງການກໍ່ສ້າງນ້ຳລິນ ບ້ານນາຊານ ແລະ ຫ້ວຍປຼອງ.
ໂຄງການກໍ່ສ້າງຕາຂ່າຍໄຟຟ້າເຂົ້າບ້ານຫ້ວຍປຼອງ. ໂຄງການດີຈີຕອນ ບ້ານນາຊານ ແລະ ຫ້ວຍປຼອງ. ການລົງທືນຂອງພາກເອກະ ຊົນພາຍໃນ ແລະ ຕ່າງປະເທດ ( FDI) ປະຕິບັດໄດ້ທັງໝົດ 7 ໂຄງການທຽບໃສ່ແຜນການປະຕິບັດໄດ້ 205 % ສຳລັບໂຄງ ການດັ່ງກ່າວແມ່ນໂຄງການສົ່ງເສີມການປູກພືດຕາມລະດູການເຊັ່ນ: ປູກໝາກຖົ່ວເບີ, ປູກໝາກອຶ, ປູກໝາກເດືອຍ, ຜະລິດແກ່ນຫຍ້າລ້ຽງສັດ, ປູກມອນລ້ຽງມ້ອນ ແລະ ປູກຍາແດງໂຄງ ການດັ່ງກ່າວແມ່ນໄດ້ຈັດຕັ້ງປະຕິບັດຕາມລະບຽບກົດໝາຍ ໂດຍສະເພາະແມ່ນກົດມາຍການສົ່ງເສີມການລົງທຶນ ແລະ ນິຕິກຳຕ່າງໆເປັນຕົ້ນແມ່ນສັນຍາຄ່າເຊົ່າທີດິນຂອງປະຊາຊົນ ແລະ ສັນຍາລະຫ່ວາງບໍລິສັດກັບປະຊາຊົນຜູ້ຜະລິດໂດຍແມ່ນຂະແໜງກະສິກຳເປັນເຈົ້າການໃນການຮ່າງສັນຍາ ແລະ ຕິດຕາມຊຸກຍູ້ ພ້ອມທັງ ເປັນໃຈກາງປະສານງານຂະແໜງການທີກ່ຽວຂ້ອງໃຫ້ແກ່ສອງຝາຍ.
ທ່ານ ທອງຄານ ວັດສະດາກອນ ໃຫ້ຮູ້ຕື່ມວ່າ: ຜ່ານການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານ ມາ ເຫັນວ່າບາງຄາດໝາຍຈຳນວນໜຶ່ງ ບໍ່ບັນລຸຕາມແຜນການກໍານົດໄວ້, ເຊີ່ງເນື່ອງມາຈາກຫຼາຍສາເຫດເຊັນ: ເສດຖະກິດຂອງເມືອງຍັງມີຄວາມບອບບາງ, ຂາດເຂີນງົບປະມານໃນການຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ກິດຈະກຳຕ່າງໆທີກຳໜົດໄວ້ໃນ ແຜນ 5 ປີ. ການຈັດຕັ້ງປະຕິບັດ, ຕິດຕາມຊຸກຍູ້ ແລະ ການຄຸ້ມ ຄອງບັນດາໂຄງການລົງທຶນຂອງລັດ ຈຳນວນໜື່ງຍັງມີຄວາມຄືບ ໜ້າຊ້າ ແກ່ຍາວເວລາ.
ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ທີ່ມາລົງທືນເປັນຕົ້ນ; ການສົ່ງເສີມການປູກພືດເປັນສິນຄ້າ; ການ ສ້າງສັນຍາຮັດກຸມແລ້ວກໍ່ຕາມຍັງມີບາງບໍລິສັດບໍປະຕິບັດຕາມສັນຍາ ລົບຫຼີກບໍຍາກເສຍພັນທະອາກອນໃຫ້ລັດ ແລະ ພາຍຫຼັງສຳເລັດໂຄງການແລ້ວແມ່ນບໍຟື້ນຟູທີດິນໃຫ້ແກ່ປະຊາຊົນຖີ້ມເປັນພາລະໃຫ້ເຈົ້າຂອງດິນ; ບາງໂຄງການແມ່ນມີການທຳລາຍສະ ພາບແວດການຕັດໄມ້ທຳລາຍປ່າເປັນວົງກ້ວາງເປັນຕົ້ນແມ່ນໂຄງການປູກຍາແດງ ແລະ ປູກໝາກເດືອຍ.
ສຳຫຼັບແຜນຈຸດສຸມໃນຕໍ່ໜ້າແຜນພັດທະນາເສດຖະກິດ- ສັງຄົມຂອງເມືອງ ໂດຍອີງໃສ່ 6 ເປົ້າໝາຍ ແລະ 21 ແຜນວຽກວຽກຈຸດສຸມຂອງແຂວງກຳໜົດໃຫ້ເຊີ່ງເມືອງາໄດ້ກຳໜົດມີຢູ່ 19 ໜ້າວຽກຈຸດສຸມ ຕາມແຕ່ລະໜ້າວຽກຂອງຂະແໜງການອ້ອມ ຂ້າງເມືອງ; ເອົາໃຈໃສ່ຊຸກຍູ້ໃນການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໂດຍສະ ເພາະບັນດາໂຄງການທີ່ໄດ້ອະນຸມັດໄປແລ້ວ ໃຫ້ເຄື່ອນໄຫວມີປະ ສິດທິຜົນ ພ້ອມທັງສູ້ຊົນດຶງດູດການລົງທຶນເຂົ້າມາພັດທະນາເມືອງງາໃຫ້ຫຼາຍຂື້ນ ແລະ ອຳນວຍຄວາມສະດວກໃຫ້ແກ່ການລົງ ທຶນໃໝ່.
ທີ່ມາ: ວິທະຍຸ-ໂທລະພາບແຂວງອຸດົມໄຊ