ໃນວັນທີ 4 ພະຈິກ 2024, ກົມພາສີ, ກະຊວງການເງິນ ຮ່ວມກັບ ກົມໃຫຍ່ຕຳ ຫຼວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະ ສະກັດກັ້ນການສະ ໜອງທຶນໃຫ້ແກ່ການຕ້ານກໍ່ການຮ້າຍ, ໂດຍການລົງນາມຂອງ ທ່ານ ພູເຂົາຄຳ ວັນ ນະວົງໄຊ ຫົວໜ້າກົມພາສີ, ກະຊວງການເງິນ ແລະ ທ່ານ ພົນຈັດຕະວາ ກອງສະຫວັດ ບຸນລ້ຽງ, ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍ ພະແນກການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໃນພິທີ ທ່ານ ພູເຂົາຄຳ ວັນນະວົງໄຊ ມີຄຳເຫັນວ່າ: ການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນເປັນຂີດໝາຍອັນສໍາຄັນໃນຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອຕ້ານການຟອກເງິນ ແລະ ສະກັດກັ້ນການສະໜອງເງິນຈາກການກໍ່ການຮ້າຍຢູ່ໃນ ສປປ ລາວ, ເຊິ່ງອົງການພາສີໂລກ ແລະ ອົງການຕ້ານການຟອກເງິນສາກົນ ໄດ້ແນະນໍາໃຫ້ລັດຖະການພາສີ ຕ້ອງມີບົດບັນທຶກຄວາມເຂົ້າໃຈຮ່ວມກັບອົງການຕໍາຫຼວດ ເພື່ອຊ່ວຍກັນແກ້ໄຂ ບັນຫາອາຊະຍາກຳທີ່ຊັບຊ້ອນ ລວມທັງການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.
ສິ່ງທ້າທາຍທີ່ເກີດຈາກການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ບໍ່ແມ່ນພຽງການກະທໍາຜິດດ້ານການເງິນຢ່າງດຽວ, ມັນເປັນໄພຂົ່ມຂູ່ທີ່ທຳລາຍຄວາມໝັ້ນຄົງແຫ່ງຊາດ, ຄວາມໝັ້ນຄົງທາງເສດຖະກິດ ແລະ ຄວາມຜາ ສຸກຂອງປະເທດເຮົາ. ການຮ່ວມມືລະຫວ່າງເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ຕໍາຫຼວດ ແມ່ນມີຄວາມຈຳເປັນ ແລະ ສໍາຄັນຫຼາຍ. ບົດບັນທຶກຄວາມເຂົ້າໃຈນີ້ເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ຕຳຫຼວດ ເພື່ອມີກົນໄກ ແລະ ວິທີການເປັນເອກະພາບໃນການແກ້ໄຂບັນຫາເຫຼົ່ານີ້. ລວມທັງການແບ່ງປັນຂໍ້ມູນ-ຂ່າວສານທີ່ຈຳເປັນ ແລະ ປະຕິບັດການປະສານງານ ເພື່ອຮັບມືກັບສິ່ງທ້າທາຍເຫຼົ່ານີ້.
ທີ່ມາ: ກະຊວງການເງິນ





