ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງພີນເປີດປີທ່ອງທ່ຽວລາວ 2024 ຕິດພັນກັບງານບຸນຊ່ວງເຮືອ

Nov 4, 2024

ເມືອງພີນ ແຂວງສະຫວັນນະເຂດ ເປີດປີທ່ອງທ່ຽວລາວ 2024 ຕິດພັນກັບບຸນປະເພນີຊ່ວງເຮືອທີ່ອ່າງເກັບນ້ຳຝາຍຫ້ວຍສະຄວງ ໃນລະຫວ່າງວັນທີ 1-5 ພະຈິກ 2024 ນີ້ ທີ່ອ່າງເກັບນ້ຳຝາຍຫ້ວຍສະຄວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພູວັງ ເກດແກ້ວພົມພອນ, ຮອງເລຂາພັກແຂວງ, ທ່ານ ສຸດໃຈ ໄຊຍະວົງ ວ່າການເຈົ້າເມືອງໆ ພີນ ແລະ ເມືອງອ້ອມຂ້າງເຂົ້າຮ່ວມ.
ທ່ານ ສຸດໃຈ ໄຊຍະວົງ ວ່າການເຈົ້າເມືອງໆພີນ ຄະນະກຳມະການຈັດງານເທສະການເປີດປີທ່ອງທ່ຽວລາວ 2024 ໄດ້ລາຍງານການຈັດຕັ້ງປະຕິບັດໃນຄັ້ງນີ້ວ່າ: ງານເທສະການເປີດປີທ່ອງທ່ຽວເມືອງພີນ 2024 ຄັ້ງນີ້ຖຶເປັນກິດຈະກຳທີ່ສຳຄັນທີ່ສຸດນອກຈາກຈະເປັນການສົ່ງເສີມການທ່ອງທ່ຽວແລ້ວ, ຍັງແນໃສ່ເພື່ອເປັນການອະນຸ ລັກຮັກສາແຫລ່ງທ່ອງທ່ຽວທາງທຳມະຊາດເຊັ່ນ: ແກ້ງສາມມັດແຕກ, ນ້ຳຕົກຕາດຂົວໂງ້ງ, ທ່ຽວຊົມຕົ້ນໄມ້ກາຍເປັນຫີນ,ອ່າງເກັບນ້ຳຝາຍຫ້ວຍສະຄວງ, ອ່າງເກັບນ້ຳຝາຍຫ້ວຍອາໄກ້,ຍ່າງທ່ຽວປ່າຊົມຕະຫຼຸງ-ຂາແດງຢູ່ບ້ານວົງສີແກ້ວ,ແຫລງທ່ອງທ່ຽວປະຫວັດສາດ ອະນຸສາວະລີນັກຮົບນິລະນາມລາວ-ຫວຽດນາມ,ຂົວໃຫ່ຍປະຫວັດສາດຢູ່ຕາດໄຮ ເຊິ່ງພິທີເປີດປີທ່ອງທ່ຽວລາວ 2024 ຂອງເມືອງພີນນີ້ແມ່ນມີຫລາຍກິດ ຈະກຳເຊັ່ນ: ງານສະແດງສິນຄ້າ, ຊົມການສະແດງສິນລະປະວັນນະຄະດີ, ຊົມການແຂ່ງຂັນເຮືອຊ່ວງ, ຕອນກາງຄືນມີການຄົບງັນຕາມປະເພນີ.
ໃນພິທີຍັງໄດ້ມີການມອບໃບຍ້ອງຍໍໃຫ້ກັບບັນດາພະແນກການ, ບັນດາເມືອງຕ່າງໆ, ນັກທຸລະກິດ-ຫ້າງຮ້ານ ທີ່ໃຫ້ການສະໜັບສະໜູນໃນງານເປີດປີທ່ອງທ່ຽວ 2024 ຂອງເມືອງພີນໃນຄັ້ງນີ້ ໂດຍການເປັນກຽດມອບຂອງ ທ່ານ ສຸດໃຈ ໄຊຍະວົງ ວ່າການເຈົ້າເມືອງໆພີນ.
ທີ່ມາ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ
อาจเป็นรูปภาพของ 2 คน
อาจเป็นรูปภาพของ 1 คน และ ข้อความ
อาจเป็นรูปภาพของ หนึ่งคนขึ้นไป และ ข้อความ
อาจเป็นรูปภาพของ 6 คน, ผู้คนกำลังเต้นรำ และ ข้อความ