ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ຈັດບຸນຊ່ວງເຮືອປະເພນີ ປະຈຳປີ 2024 ຕິດພັນກັບການສົ່ງເສີມປີທ່ອງທ່ຽວລາວ 2024 ໃນວັນທີ 1 ພະຈິກ 2024 ທີ່ທ່ານໍ້າຟ້າ ບ້ານວຽງໃໝ. ມີເຮືອຊ່ວງປະເພນີ 12-15 ສີພາຍ ເຂົ້າຮ່ວມແຂ່ງຂັນທັງໝົດ 10 ທີມ. ໃນນັ້ນ, ທີມຍິງ 3 ທີມ ແລະ ທີມ ຊາຍ 7 ທີມ.
ຜ່ານການແຂ່ງຂັນ:
– ເຮືອຊ່ວງທີມຍິງ ອັນດັບທີ 1 ໄດ້ແກ່ເຮືອຊ່ວງ ບ້ານວຽງສະຫວ່າງ ໄດ້ຮັບຂັນ 1 ໜ່ວຍ, ເງິນສົດ 5 ລ້ານກີບ, ອັນດັບທີ 2 ເຮືອຊ່ວງ ທ້ຽວ ໄດ້ຮັບເງິນສົດ 4 ລ້ານກິບ, ອັນດັບທີ 3 ເຮືອຊວງບ້ານ ນໍ້າຟ້າ ໄດ້ຮັບເງິນ 3 ລ້ານກິບ.
– ເຮືອຊ່ວງທິມຊາຍ: ອັນດັບທີ 1 ເຮືອຊ່ວງ ບ້ານວຽງສະຫວ່າງ ໄດ້ຮັບຂັນ 1 ໜ່ວຍ, ເງິນສົດ 5 ລ້ານກີບ, ອັນດັບທີ 2 ເຮືອຊ່ວງບ້ານວຽງໃໝ ໄດ້ລາງວັນເງິນສົດ 4 ລ້ານກີບ, ອັນດັບທີ 3 ໄດ້ແກ່ ເຮືອບ້ານທ້ຽວ ໄດ້ຮັບເງິນ 3 ລ້ານກີບ
ໃຫ້ກຽດມອບໂດຍທ່ານ ບຸນຊົງ ວາໄຊຢີ ເຈົ້າເມືອງວຽງພູຄາ, ທ່ານ ນາງ ຈັນຄໍາທອງມີໄຊ ຮອງເຈົ້າເມືອງ, ທ່ານ ນາງ ເຮືອຍສົມຫວັງ ຮອງເຈົ້າວຽງພູຄາ.
ທີ່ມາ: ຂ່າວພາຍໃນ ເມືອງວຽງພູຄາ






