ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພະນັກງານຂັບລົດຂອງບໍລິສັດ ແຊັງເອັດສເອັມ ຈຳກັດຜູ້ດຽວ ໄດ້ຮັບການຝຶກອົບຮົມມາລະຍາດໃນການຂັບຂີ່

Nov 4, 2024

ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ຮ່ວມກັບ ພະແນກຕໍາຫລວດຈະລາຈອນນະຄອນຫລວງວຽງຈັນ ແລະ ໂຮງຮຽນ ທິບ ວິຊາຊີບ ການຂັບຂີ່ ໄດ້ຈັດການຝຶກອົບຮົມ ພາຍໃຕ້ຫົວຂໍ້ “ໂຄງການຝຶກອົບຮົມການຂັບຂີ່ ພາຫະນະລົດໂດຍ ສານ” ເພື່ອຍົກລະດັບຄວາມຊໍານານການຂັບຂີ່ ແລະ ມາລະຍາດຂອງຜູ້ຂັບລົດ Taxiຂອງ ບໍລິສັດ ແຊັງເອັດສເອັມ ຈຳກັດຜູ້ ດຽວ ໃນຕອນເຊົ້າວັນທີ 1 ພະຈິກ 2024 ທີ່ໂຮງຮຽນ ທິບ ວິ ຊາຊີບ ການຂັນຂີ່, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະ ທານຮ່ວມຂອງ ທ່ານ ສີວອນ ຊັບທະວີ, ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນ ສົ່ງນະຄອນຫລວງວຽງຈັນ, ພັນໂທ ສັງ ຄົມ ພົມມະລາດ, ຫົວໜ້າພະແນກຕໍາຫຼວດຈະລາຈອນນະ ຄອນຫລວງວຽງຈັນ ແລະ ທ່ານ ນາງ ວະລີວັນ ຈຸທາທິບ, ຜູ້ອຳນວຍ ການໂຮງຮຽນ ທິບວິຊາຊີບ ການຂັບຂີ່.
ທ່ານ ສີວອນ ຊັບທະວີ, ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອແນໃສ່ຍົກລະດັບຄວາມຮູ້ ແລະ ມາລະຍາດໃນການຂັບຂີ່ໃຫ້ພະນັກງານຂັບລົດຂອງບໍລິສັດ ແຊັງເອັດສເອັມ ຈຳກັດຜູ້ດຽວ ດີຂຶ້ນກວ່າເກົ່າ ເຊັ່ນ: ການຮັບຮູ້ກົດ ລະບຽບການຂັບຂີ່, ມາລະຍາດໃນການຂັບຂີ່, ມາລະຍາດໃນການ ຕ້ອນຮັບຜູ້ໂດຍສານ ແລະ ອື່ນໆ ເພື່ອຮັບປະກັນຄວາມປອດໄພໃນການຂັບຂີ່ ກໍຄື ການບໍລິການສັງຄົມ ແລະ ສົມກັບເປັນມືອາ ຊີບທີ່ແທ້ຈິງ.
ສ່ວນ ທ່ານ ນາງ ວະລີວັນ ຈຸທາທິບ, ຜູ້ອຳນວຍການໂຮງ ຮຽນ ທິບວິຊາຊີບ ການຂັບຂີ່ ໃຫ້ສໍາພາດວ່າ: ນີ້ເປັນໂຄງການທໍາອິດທີ່ໂຮງຮຽນ ທິບວິຊາຊີບ ການຂັບຂີ່ ຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ແລະ ພະແນກຕໍາຫລວດຈະລາຈອນນະຄອນຫລວງວຽງຈັນ ຈັດຂຶ້ນ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງບໍລິສັດ ແຊັງເອັດສເອັມ ຈຳກັດ ຜູ້ດຽວ ທີ່ສະເໜີຜ່ານພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ. ການຝຶກອົບຮົມແມ່ນເນັ້ນໃສ່ທິດສະດີ ແລະ ມາລະຍາດໃນການຂັບຂີ່ເປັນຕົ້ນຕໍ, ເຊິ່ງເຊື່ອແນວ່າ ຜ່ານການຝຶກອົບຮົມຄັ້ງນີ້ ຈະເຮັດໃຫ້ຜູ້ຂັບລົດຂອງບໍລິສັດດັ່ງກ່າວບໍລິການສັງຄົມນັບມື້ດີຂຶ້ນກວ່າເກົ່າ.
May be an image of car and text
May be an image of car, road and text