ກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງດ້ານມາດຕະຖານການໃຫ້ບໍລິການ ແກ່ພະນັກງານປະຈຳສູນ ແລະ ຫ້ອງຂໍ້ມູນຂ່າວສານການທ່ອງທ່ຽວ ໄລຍະ 1 ໃຫ້ແກ່ພະແນກ ຖວທ ແຂວງທົ່ວປະເທດ ໃນວັນທີ 4 ພະຈິກ 2024 ກ່ຽວກັບການນຳໃຊ້ການຮຽນຄໍາສັ່ງພື້ນຖານຂອງໂປຣແກຣມ (Microsoft PowerPoint) ໃນໂໝດ KIOSK ທີ່ຈະນໍາໃຊ້ໃນການສ້າງຖານຂໍ້ມູນ, ຮຽນຄໍາສັ່ງຕົວແຕ່ງໜ້າທໍາອິດຂອງພື້ນຖານນໍາໃຊ້ສັນຍາລັກຕ່າງໆ ເພື່ອຕົບແຕ່ງໄອຄອນ, ຂັ້ນຕອນໃນການສ້າງລິ້ງຂອງຂໍ້ມູນ ໃນ Microsoft PowerPoint, ການສ້າງ Hyperlink ໃນ KIOSK MODE, ການປັບແຕ່ງໃຫ້ເໝາະສົມກັບຂໍ້ມູນ ແລະ ວິທີການ Save ເປັນລະບົບ KIOSK MODE, ການສ້າງລິ້ງຂໍ້ມູນຂອງແຂວງ (18 ແຂວງ) ເພື່ອສັງລວມເປັນຂໍ້ມູນທີ່ເປັນເອກະພາບກັນ ເພື່ອສະໜອງໃຫ້ແກ່ນັກທ່ອງທ່ຽວ ໂດຍການເປັນປະທານຂອງ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖວທ, ມີຫົວໜ້າກົມ ແລະ ສຳມະນາກອນຈາກພະແນກ ຖວທ ແຂວງທົ່ວປະເທດເຂົ້າຮ່ວມ.
ທ່ານ ນາງ ດາລານີ ພົມມະວົງສາ ໄດ້ໃຫ້ຮູ້ວ່າ: ຫ້ອງຂໍ້ມູນ ຫລື ສູນຂໍ້ມູນຂ່າວສານການ ທ່ອງທ່ຽວ ມີບົດບາດສໍາຄັນຕໍ່ວຽກງານການທ່ອງທ່ຽວ ໃນການໂຄສະນາສະໜອງຂໍ້ມູນ ເພື່ອສ້າງຄວາມເຂົ້າ ໃຈ ແລະ ຄວາມເພິ່ງພໍໃຈຕໍ່ກັບການມາຢ້ຽມຢາມຂອງນັກທ່ອງທ່ຽວ ໃຫ້ຂໍ້ມູນກ່ຽວກັບແຜນທີ່, ລາຍການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ, ສະຖານທີ່ພັກແຮມ, ການຄົມມະນາຄົມຂົນສົ່ງ, ກິດຈະກຳການທ່ອງທ່ຽວ, ພະນັກງານນໍາທ່ຽວ ລວມເຖິງຂໍ້ມູນທົ່ວໄປກ່ຽວກັບການພັດທະນເສດຖະກິດ-ສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ, ແນະນໍາໃຫ້ນັກທ່ອງທ່ຽວໄດ້ມີສ່ວນຮ່ວມ ໃນການທ່ອງທ່ຽວແບບອະນຸລັກ ພາຍໃນເມືອງ, ແຂວງ ແລະ ປະເທດ. ສະນັ້ນ, ຜູ້ຮັບຜິດຊອບຫ້ອງ ຫລື ສູນຂໍ້ມູນ ຈຶ່ງມີຄວາມຈໍາເປັນຕ້ອງມີຄວາມຮູ້ ແລະ ທັກສະທີ່ເໝາະສົມ ເພື່ອຮັບຜິດຊອບຫ້ອງສູນຂໍ້ມູນ ໃຫ້ມີການ ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ນັບແຕ່ເດືອນມັງກອນ ຫາເດືອນກັນຍາ 2024 ສປປ ລາວ ໄດ້ຕ້ອນຮັບນັກທ່ອງທ່ຽວພາກພື້ນ ແລະ ສາກົນ ທີ່ເດີນທາງເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ໄດ້ທັງໝົດ 2.936.567 ເທື່ອຄົນ, ເພີ່ມຂຶ້ນ 18% ຄາດຄະເນລາຍຮັບປະມານ 1 ຕື້ກວ່າໂດລາສະຫະລັດ ແລະ ຈໍານວນ ນັກທ່ອງທ່ຽວພາຍໃນ (ລາວທ່ຽວລາວ) ທັງໝົດ 2.724.439 ເທື່ອຄົນ, ເພີ່ມຂຶ້ນ 87,7% ຄາດຄະເນລາຍຮັບ 441 ລ້ານກວ່າໂດລາສະຫະລັດ. ເພື່ອກຽມພ້ອມສໍາລັບການເພີ່ມຂຶ້ນຂອງຈໍານວນນັກທ່ຽວທ່ຽວ ວຽກງານການສະໜອງຂໍ້ມູນ ຂ່າວສານການທ່ອງທ່ຽວ ແມ່ນວຽກທີ່ສໍາຄັນຂອງຂະແໜງການທ່ອງທ່ຽວ ຊຶ່ງຕ້ອງການໃຫ້ມີການພັດທະນາ ຍົກລະດັບຄຸນນະພາບການບໍລິການໃຫ້ສູງຂຶ້ນ.
ການຈັດຕັ້ງຝຶກອົບຮົມຄັ້ງນີ້, ແນໃສ່ເພື່ອສ້າງບຸກຄະລາກອນ ໃນຂະແໜງການທ່ອງທ່ຽວທີ່ຮັບຜິດຊອບຫ້ອງສູນຂໍ້ມູນຂ່າວສານການທ່ອງທ່ຽວ ໃຫ້ຮັບປະກັນທາງປະລິມານ ແລະ ຄຸນນະພາບ ເພື່ອຮອງຮັບການບໍລິການແກ່ນັກທ່ອງທ່ຽວ ທີ່ມາຢ້ຽມຢາມປະເທດເຮົາ ໃຫ້ໄດ້ຮັບປະສົບການທີ່ດີ, ມີຄວາມປະທັບໃຈ ມາແລ້ວຢາກມາອີກ.
ໂອກາດນີ້, ທ່ານ ນາງ ດາລານີ ພົມມະວົງສາ ໄດ້ເນັ້ນໃຫ້ສູນຂໍ້ມູນຂ່າວສານການທ່ອງທ່ຽວຂັ້ນສູນກາງເປັນເຈົ້າການຕິດຕາມ, ກວດກາ, ປັບປຸງເນື້ອໃນຂໍ້ມູນການທ່ອງທ່ຽວໃຫ້ຖືກຕ້ອງ ແລະ ສ້າງກົນໄກການແຈກຢາຍຂໍ້ມູນໃຫ້ທົ່ວເຖິງທຸກຈຸດບໍລິການ ໃນຂອບເຂດທົ່ວປະເທດຢ່າງເອກະພາບ; ເກັບກຳຄໍາຄິດເຫັນຂອງນັກທ່ອງທ່ຽວ, ຄວາມຕ້ອງການຂໍ້ມູນໃໝ່ຂອງນັກທ່ອງທ່ຽວ ເພື່ອພັດທະນາຖານຂໍ້ມູນໃຫ້ທັນກັບສະພາບຄວາມຕ້ອງການຕົວຈິງ ແລະ ເພີ່ມທະວີການສ້າງເຄືອຂ່າຍສະໜອງຂໍ້ມູນ ໂດຍສະເພາະຂໍ້ມູນທີ່ຕິດພັນກັບຂະແໜງການທ່ອງທ່ຽວ ເຊັ່ນ: ການປັບປຸງນະໂຍບາຍຕາມດ່ານເຂົ້າ-ອອກ, ການຂົນສົ່ງ, ການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ກິດຈະກຳເທສະການງານບຸນ ລວມທັງຜະລິດຕະພັນໃໝ່ໆ ເພື່ອໃຫ້ການໂຄສະນາມີເນື້ອໃນໜັກແໜ້ນ ແລະ ທັນກັບສະພາບການ.
ຂ່າວ-ພາບ: ວຽງສະຫວັນ




