ກອງປະຊຸມຄົບຄະນະກຳມາທິການວັດທະນະທຳ-ສັງຄົມ (ກວທສ) ປະຈຳປີ 2024 ຈັດຂຶ້ນໃນວັນທີ 02-03 ພະຈິກ 2024 ໂດຍມີ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ທີ່ເປັນກຳມະການຂອງ ກວທສ, ຮອງປະທານກຳມາທິການ, ຮອງເລຂາທິການ, ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ, ຮອງລັດຖະມົນຕີ 4 ກະຊວງ ຄື: ສຶກສາທິການ ແລະ ກິລາ, ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການສັງຄົມ, ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ, ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ, ອົງການອຸຍນີເຊບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ບຸນຕາ ເທບພະວົງ ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການວັດທະນະທຳ-ສັງຄົມ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ເພື່ອສະຫລຸບຕີລາຄາການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງການ ເຄື່ອນໄຫວປີ 2025 ຂອງກຳມາທິການວັດທະນະທຳ-ສັງຄົມ; ຄົ້ນຄວ້າ, ປຶກສາຫາ ລື ແລະ ສ້າງຄວາມເປັນເອກະພາບດ້ານທັດສະນະຕໍ່ບັນດາເນື້ອໃນຂົງເຂດວັດທະນະທໍາ-ສັງຄົມ ທີ່ຈະນໍາເຂົ້າຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງ ຊາດຊຸດທີ IX; ຜ່ານຮ່າງບົດລາຍງານຜົນການຕິດຕາມກວດກາ ການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໃນໄລຍະຜ່ານມາ, ບົດລາຍງານຜົນຕິດຕາມກວດກາ ຜົນການປະເມີນການຈັດຕັ້ງປະຕິບັດ 4 ກົດໝາຍຂົງເຂດວັດທະນະທຳ-ສັງຄົມ ຄື: ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ, ກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍປ້າຍ; ລາຍງານຄວາມຄືບໜ້າໃນການສ້າງ ແລະ ປັບປຸງກົດໝາຍ ຄື: ຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍການພັດທະນາສີມືແຮງງານ (ສ້າງໃໝ່) ທີ່ຈະນໍາເຂົ້າຜ່ານກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX. ນອກຈາກນີ້, ຍັງຈະໄດ້ຮັບຟັງການປະກອບຄໍາເຫັນຈາກ 4 ກະຊວງ ແລະ 1 ອົງການຕໍ່ບົດສະຫລຸບຕີລາຄາການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການເຄື່ອນໄຫວປີ 2025 ຂອງກຳມາທິການວັດທະນະທຳ-ສັງຄົມ.
ໂອກາດນີ້, ທ່ານ ຄຳໃບ ດຳລັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນເລັດທີ່ກຳມາທິການວັດທະນະທຳ-ສັງຄົມຍາດມາໄດ້ໃນໜຶ່ງປີຜ່ານມາ, ພ້ອມທັງໄດ້ເນັ້ນໃຫ້ເອົາໃຈໃສ່ຊຸກຍູ້, ປະສານສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ເພື່ອເຂົ້າຮ່ວມແຕ່ຫົວທີໃນການສ້າງ, ປັບປຸງກົດໝາຍ ໃຫ້ສໍາເລັດຕາມແຜນການ ໂດຍໃຫ້ມີການທາບທາມຄວາມຄິດເຫັນຂອງປະຊາຊົນຢ່າງກວ້າງຂວາງ-ເລິກເຊິ່ງກວ່າເກົ່າ ເພື່ອຮັບປະກັນເນື້ອໃນກົດໝາຍມີຄວາມຄົບຖ້ວນ, ຮັດກຸມ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້; ປະສານສົມທົບກັບກຳມາທິການຂອງສະພາແຫ່ງຊາດ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອເຂົ້າຮ່ວມແຕ່ຫົວທີໃນການຄົ້ນຄວ້າ ແລະ ຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ໃນຂົງເຂດວັດທະນະທຳ-ສັງຄົມ ເພື່ອຄົ້ນຄວ້າ, ວາງມາດຕະການ, ກຳນົດທິດທາງສູ້ຊົນຕໍ່ບັນດາຄາດໝາຍທີ່ມີຄວາມສ່ຽງທີ່ຈະບໍ່ບັນລຸ ໃຫ້ມີຜົນສຳເລັດດີຂຶ້ນ; ຕິດຕາມກວດກາວຽກງານຂົງເຂດວັດທະນະທໍາ-ສັງຄົມໃຫ້ຫລາຍຂຶ້ນ ໂດຍສະເພາະຕິດຕາມກວດກາຕາມມະຕິກອງປະຊຸມສະພາແຫ່ງຊາດ ທີ່ໄດ້ຮັບຮອງແລ້ວ; ກວດກາຄືນບັນດາແຜນການ, ແຜນງານ, ໂຄງການ ແລະ ກິດຈະກຳໃນແຜນການ 5 ປີ ຂອງກຳມາທິການ (2021-2025) ແລ້ວຮີບຮ້ອນປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ສສຊ ທີ່ເປັນກຳມະການຂອງກຳມາທິການ ເພື່ອຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ສຳເລັດຕາມແຜນການ ພ້ອມທັງກະກຽມຮ່າງແຜນການ 5 ປີ (2026-2030) ໃຫ້ສຳເລັດ.
ຂ່າວ: ກຸກກິກ ບຸດດາໄຊ






