ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະພາການຄ້າຈີນປະຈຳລາວ ເລືອກຕັ້ງຄະນະກໍາມະການຊຸດໃໝ່

Nov 5, 2024

ຕອນບ່າຍວັນທີ 4 ພະຈິກນີ້, ກອງປະຊຸມເລືອກຕັ້ງຄະນະກຳມະການສະພາການຄ້າຈີນປະຈຳລາວຄັ້ງທີ 7 ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ, ຝ່າຍລາວໃຫ້ກຽດເຂົ້າຮ່ວມໂດຍທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະ ກຳແຫ່ງຊາດລາວ ແລະຝ່າຍຈີນແມ່ນທ່ານ ຫວາງຊ້າງ ທີ່ປຶກສາເອກອັກຄະລັດຖະ ທູດ ສະຖານທູດຈີນປະຈຳລາວ ໂດຍມີຄະນະນໍາ ແລະສະມາຊິກສະພາການຄ້າຈີນຊຸດຜ່ານມາຫຼາຍກວ່າ 120 ບໍລິສັດ ແລະມີ 18 ຫົວໜ່ວຍທຸລະກິດຈີນຈາກຂະແຫນງການເງິນ, ພະລັງງານ, ການຄ້າ ແລະ ອື່ນໆເຂົ້າຮ່ວມ.
ໃນການເລືອກຕັ້ງຄັ້ງນີ້ມີ 11 ບໍລິສັດທີ່ໄດ້ຮັບຄະແນນສຽງໃຫ້ເປັນຄະນະກຳມະການສະພາການຄ້າຈີນປະຈຳລາວຄັ້ງທີ 7, ໃນນັ້ນ,ທ່ານ ເຊິນແສສິນ (Shen XueQin) ຈາກທະນາຄານອຸດສາຫະກຳ ແລະການຄ້າຈີນຈໍາກັດສາຂານະຄອນຫລວງວຽງຈັນ ໄດ້ຮັບເລືອກຕັ້ງໃຫ້ເປັນປະທານສະພາການຄ້າຈີນ ຄັ້ງທີ 7 ນີ້.
ທ່ານ ທະນົງສິນ ກັນລະຍາ ໄດ້ສະແດງຄວາມຊົມເຊີຍຕໍ່ການເລືອກຕັ້ງໄດ້ຄະນະຊຸດໃຫມ່ຂອງສະພາການຄ້າຈີນ ພ້ອມທັງຕີລາຄາສູງຕໍ່ສະພາການຄ້າຈີນຊຸດຜ່ານມາທີ່ໄດ້ທຸ້ມເທເຫື່ອແຮງຊີ້ນໍາ-ນໍາພາເຕົ້າໂຮມຄວາມສາມັກຄີບັນດາຫົວຫນ່ວຍທຸລະ ກິດຈີນທີ່ດຳເນີນທຸລະກິດໃນ ສປປລາວ ຕາມລະບຽບກົດຫມາຍ ທີ່ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ, ສົ່ງເສີມການຮ່ວມມືທາງດ້ານທຸລະກິຂອງລາວ ແລະ ຈີນ ໃຫ້ນັບມື້ນັບຂະຫຍາຍຕົວປະກອບສ່ວນສ້າງສາພັດທະນາເສດຖະກິດ ແລະສ້າງສາຍພົວພັນຂອງສອງຊາດລາວ-ຈີນ ໂດຍສະເພາະຊຸກຍູ້ສົ່ງເສີມ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ສປປ ລາວ ແລະສປຈີນ ແມ່ນຄູ່ຮ່ວມຍຸດທະສາດຮອບດ້ານ ແລະເປັນປະເທດຮ່ວມຊະຕາກຳດຽວກັນ, ສະນັ້ນທຸລະກິດລາວ-ຈີນບໍ່ແມ່ນຄູ່ແຂ່ງກັນແຕ່ແມ່ນອ້າຍເອື້ອຍນ້ອງກັນຊ່ວຍເຫລືອເຊິ່ງກັນແລະກັນ ພ້ອມ ກັນພັດທະນາ, ຫວັງວ່າ: ຄະນະຊຸດໃຫມ່ຂອງສະພາການຄ້າຈີນທີ່ຈະໄດ້ສືບຕໍ່ວຽກງານໃນຕໍ່ໜ້າຈະສ້າງຜົນງານໃຫ້ຍິ່ງໃຫຍ່ກ່ວາເກົ່າ.
ທ່ານ ຫວາງຊ້າງ ກ່າວຄໍາເຫັນວ່າ: ການຮ່ວມມືລາວ-ຈີນມີປະຫວັດສາດອັນຍາວນານ ແລະນັບມື້ນັບແໜ້ນແຟ້ນກວ່າເກົ່າ ແລະໃໝ່ອ່ຽມຂຶ້ນກ່ວາເກົ່າ, ການນຳຂັ້ນສູງຂອງສອງປະເທດໄດ້ວາງແຜນ ແລະຊີ້ນຳຢ່າງໃກ້ສິດ, ໄດ້ວາງແຜນຜັງອັນໃຫຍ່ຫຼວງໃຫ້ແກ່ການຮ່ວມມືລາວ-ຈີນ ແລະກຳນົດທິດທາງພັດທະນາເພື່ອກ້າວໄປສູ່ການຮ່ວມມືລະຫວ່າງສອງປະເທດຢ່າງເປັນຮູບປະທຳ. ປະຈຸບັນ, ການຮ່ວມມືດ້ານເສດຖະກິດການຄ້າລາວ-ຈີນພວມພັດທະນາຢ່າງກ້າວກະໂດດຂັ້ນ, ລະດັບການຮ່ວມມືລະຫວ່າງສອງປະເທດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ຂະແໜງການຕ່າງໆໄດ້ຮັບການຂະຫຍາຍຕົວເລື້ອຍໆ, ເນື້ອໃນໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ສະແດງເຫັນໄດ້ຢ່າງເຕັມສ່ວນກ່ຽວກັບລັກສະນະຍຸດທະສາດ, ຮອບດ້ານ ແລະເລິກເຊິ່ງຂອງການຮ່ວມມືລະຫວ່າງສອງຝ່າຍ. ຈີນໄດ້ກາຍເປັນແຫຼ່ງການລົງທຶນຈາກຕ່າງປະເທດໃຫຍ່ອັນດັບໜຶ່ງ ແລະຄູ່ການຄ້າໃຫຍ່ອັນດັບສອງຂອງປະເທດລາວ.
ທ່ານ Shen Xue Qin ໄດ້ຂຶ້ນກ່າວຮັບຕໍາແໜ່ງ ແລະກ່າວວ່າ “ຄວາມຮັບຜິດ ຊອບແມ່ນຍິ່ງໃຫຍ່ ແລະພາລະກິດແມ່ນຄວາມສະຫງ່າລາສີ, ຂ້າພະເຈົ້າຮູ້ສຶກຂອບ ໃຈຢ່າງເລິກເຊິ່ງຕໍ່ຄວາມໄວ້ວາງໃຈຂອງອົງການ ແລະເພື່ອນຮ່ວມງານໃນສະພາການຄ້າທົ່ວໄປຈີນໃນລາວ,”ພວກເຮົາພ້ອມປະຕິບັດຕາມຄຳເຫັນຂອງທ່ານປະທານ ສີຈິ້ນຜິງທີ່ໄດ້ ກ່າວໄວ້ວ່າ: “ພວກເຮົາຈະປະຕິບັດແນວຄວາມຄິດການພັດທະນາໃໝ່ຢ່າງຄົບຖ້ວນ ແລະຮັບປະກັນການນຳໃຊ້ຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຂອງຈີນ, ມຸ່ງໄປສູ່ການປັບປຸງເສດຖະກິດການຄ້າຈີນ-ລາວ.
ຂ່າວ: CMG FM93