ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫວັນນະເຂດ ສ້າງຂະບວນການຂັບຂີ່ປອດໄພ ໃສ່ໃຈກົດລະບຽບຈະລາຈອນ

Nov 6, 2024

ໃນວັນທີ 5 ພະຈິກ 2024, ຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ຮ່ວມກັບ ກອງບັນຊາການ ປກສ ແຂວງ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ສ້າງຂະບວນການຂັບຂີ່ປອດໄພ ໃສ່ໃຈລະບຽບກົດຈະລາຈອນ ຂຶ້ນທີ່ເດີ່ນຫ້ອງວ່າການປົກຄອງແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ແຂວງສະຫວັນນະເຂດ.
ທ່ານ ສີວິໄລ ແກ້ວພອນພິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ລາຍງານວ່າ: ຈຸດປະສົງກໍ່ເພື່ອເປັນການສຶກສາອົບຮົມ ປູກຈິດສຳນຶກໃຫ້ແກ່ບັນດາລູກຫຼານ, ບັນດາຊາວໜຸ່ມ-ເຍົາວະຊົນ ແລະ ທຸກພາກສ່ວນໃນສັງຄົມໃຫ້ເຂົ້າໃຈ ເຄົາລົບກົດຈະລາຈອນ ເພື່ອເຮັດໃຫ້ສະພາບການເຄື່ອນໄຫວໃນສັງຄົມບ້ານເມືອງເຮົາມີຄວາມສະຫງົບ ແລະ ມີຄວາມປອດໄພ ຊຶ່ງເປັນການສະແດງເຖິງຄວາມຮັບຜິດຊອບຕໍ່ບັນດາຂໍ້ກຳນົດກົດໝາຍຕ່າງໆຕາມພັກ-ລັດເຮົາໄດ້ວາງອອກ.
ສໍາລັບຂະບວນຂັບຂີ່ລົດຖີບ-ລົດຈັກ ແມ່ນເລີ່ມອອກຂະບວນຈາກປະຕູເບື້ອງຕາເວັນອອກຂອງຫ້ອງວ່າການແຂວງ ໄປຫາວົງວຽນອາຊຽນ ເສັ້ນທາງ A1 ເຂົ້າວົງວຽນໄດໂນເສົາ, ວົງວຽນພາຂວັນ ອອກໃສ່ເສັ້ນທາງດອນຫໍ ເຂົ້າວົງວຽນກອງ ໃນຕົວເມືອງສະຫວັນນະເຂດ.