ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງການແພລນສາກົນ ມອບເຄື່ອງຊ່ວຍເຫລືອຜູປະສົບໄພນໍ້າຖ້ວມ ແຂວງບໍ່ແກ້ວ

Nov 7, 2024

ວັນທີ 5 ພະຈິກ 2024 ຜ່ານມາ, ອົງການແພວນສາກົນ ປະຈຳ ສປປ ລາວ ແລະ ອົງການແພລນສາກົນ ປະຈຳຍີ່ປຸ່ນ ໂດຍການສະໜັບສະໜູນອັນໃຫຍ່ຫລວງຈາກ ເຈແປນ ແພລັດ ຟອມ (Japan Platform) ໄດ້ມອບເຄື່ອງຊ່ວຍເຫລືອ ເພີ່ມຕື່ມໃຫ້ແກ່ນ້ອງນັກຮຽນ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກ ໄພນໍ້າຖ້ວມ ຈໍນວນ 13 ບ້ານ ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ. ໃນຂະ ນະທີ່ ວັນທີ 10 ຕຸລາ 2024 ຜ່ານມາ, ອົງການແພວນສາກົນ ປະຈໍາ ສປປ ລາວ ກໍໄດ້ໃຫ້ການຊ່ວຍເຫລືອຂັ້ນຕົ້ນ ຢູ່ເມືອຫລວງນໍ້າທາ ແລະ ເມືອງຜາອຸດົມ.
ທ່ານ ນາງ ແຄໂຣລ໌ ມໍເທນສັນ ຜູ້ອຳນວຍການອົງການ ອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ສະແດງຄຳໝັ້ນສັນຍາ ທີ່ຈະສືບຕໍ່ຊອກຫາການຊ່ວຍເຫລືອໃຫ້ຜູ້ປະສົບໄພ ໂດຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຊ່ວຍເຫລືອຄັ້ງນີ້, ເປັນການບັນເທົາທຸກແກ່ຄອບຄົວ, ເຮັດໃຫ້ເດັກນ້ອຍໄດ້ກັບຄືນໄປໂຮງ ຮຽນໂດຍບໍ່ມີຄວາມກັງວົນກ່ຽວກັບການຂາດແຄນສະບຽງ ອາຫານ. ວັນທີ 20 ຕຸລາ 2024, Japan Platform ໄດ້ອະນຸມັດການຊ່ວຍເຫລືອໃຫ້ແກ່ເດັກນັກຮຽນ 225 ຄົນ, 255 ຄອບຄົວໃນ 13 ບ້ານຂອງເມືອງຜາອຸດົມ.
ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ໄດ້ຢືນຢັນຄຳໝັ້ນສັນຍາຂອງປະເທດຍີ່ປຸ່ນ ໃນການສະໜັບສະໜູນຄວາມພະຍາຍາມ ໃນການແກ້ໄຂໄພພິບັດນໍ້າຖ້ວມ, ການຮ່ວມມືກັບ ອົງການແພລນສາກົນ ປະຈຳ ສປປ ລາວ, ອົງການແພລນສາກົນ ປະຈຳ ປະເທດຍີ່ປຸ່ນ ແມ່ນອົງການຈັດຕັ້ງສາກົນທໍາອິດ ທີ່ໃຫ້ການຊ່ວຍເຫລືອ ຂະໜາດໃຫຍ່ ແກ່ແຂວງບໍ່ແກ້ວ.
ລັດຖະບານຍີ່ປຸ່ນໄດ້ຕັດສິນໃຈໃຫ້ການຊ່ວຍເຫລືອດັ່ງກ່າວ ເພື່ອເປັນການຢືນຢັນຄວາມມານະຂອງ ອົງການແພລນສາ ກົນ ປະຈຳປະເທດຍີ່ປຸ່ນ ໃນການສະໜັບສະໜູນໂຄງການຕ່າງໆໃນ ສປປ ລາວ.
ທ່ານເອກອັກຄະຣາຊະທູດຍີ່ປຸ່ນ ໄດ້ສະແດງຄວາມຫວັງວ່າ: ການຊ່ວຍເຫລືອດັ່ງກ່າວ ຈະຊ່ວຍປະຊາຊົນຜູ້ໃດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໃຫ້ສາມາດຟື້ນຟູສະພາບຊີວິດການເປັນຢູ່, ຈິດໃຈ ແລະ ປະກອບສ່ວນເຂົ້າໃນການສະກັດກັ້ນ ອັດຕາການປະລະການຮຽນຂອງໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ໃນແຂວງບໍ່ແກ້ວ ຕື່ມອີກ.
ການຊ່ວຍເຫລືອຈາກ Japan Platform ໃນຄັ້ງນີ້ປະກອບມີ: ເຂົ້າສານ, ໝີ່ສຳເລັດຮູບ, ປ໋ອງປາ, ນໍ້າມັນພືດ, ເກືອ, ຊຸດອະນາໄມ, ສາດ, ຜ້າຫົ່ມ, ເຄື່ອງໃຊ້ໃນເຮືອນຄົວ ແລະ ອຸປະກອນກໍ່ສ້າງເຊັ່ນ: ຕະປູ ແລະ ສັງກະສີ ເພື່ອຊ່ວຍເຫລືອຄອບຄົວສ້ອມແປງເຮືອນຢູ່.
ຂໍ້ມູນ-ພາບ: ອົງການແພລນສາກົນ ປະຈໍາລາວ