ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສຳມະນາແຜ່ນແພພື້ນເມືອງອາຊຽນຄັ້ງທີ 9 ອັດລົງດ້ວຍຜົນ

Nov 7, 2024

ຕອນເຊົ້າມື້ນີ້ 6/11/24 ທີ່ໂຮງແຮມແລນມາກ ນະຄອນ ຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດລາວ,ທ່ານ ນາງຈີບີ ປາກູ່ ອາລໍາ, ປະ ທານສະມາຄົມສິລະປະແຜ່ນແພພື້ນເມືອງແຫ່ງອາຊີຕາເວັນອອກສຽງໃຕ້, ຄະນະທູຕານຸທູດ, ວິທະຍາກອນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດລາວ ໄດ້ກ່່າວປິດກອງປະຊຸມວ່າ: ຜ່ານການປຶກສາແລກປ່ຽນຄວາມຮູ້ຂອງບັນດານັກຄົ້ນຄວ້າແລະຜູ້ເຂົ້າຮ່ວມໃນສອງມື້ຜ່ານມາ,ກອງປະຊຸມສໍາມະນາແຜ່ນແພພື້ນເມືອງອາຊຽນຄັ້ງ​ທີ 9ໄດ້ສະແດງໃຫ້ເຫັນວ່າ:ແຜ່ນແພພື້ນເມືອງມີບົດບາດສຳຄັນສຳລັບບັນດາປະເທດສະມາຊິກອາຊຽນ, ເປັນສັນຍາລັກທາງດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດ;ເປັນການສ້າງລາຍຮັບໃຫ້ແກ່ຜູ້ຜະລິດ; ແຕ່ຕ້ອງໄດ້ເຮັດໜ້າທີ່ປູກມອນລ້ຽງມ້ອນ ຈະໄດ້ເສັ້ນໄໜທີ່ສ່ວຍສົດງົດງາມ ເປັນການແລກປ່ຽນແລະເຊື່ອມໂຍງທາງດ້ານສິລະປະ,ວັດທະນະທຳແລະປະຫວັດສາດລະ ຫວ່າງບັນດາປະເທດອາຊຽນແລະພາກພື້ນອື່ນໆ.
ປັດຈຸບັນ ເນື່ອງຈາກການຫັນປ່ຽນວິຖີຊີວິດແບບດັ້ງເດີມໄປສູ່ວິຖີຊີວິດທີ່ທັນສະໄໝ, ພວກ​ເຮົາ​ພວມ​ປະ​ເຊີນ​ກັບສິ່ງ​ທ້າ​ທາຍ​ໃນການປົກປັກຮັກສາວັດທະນະທໍາການຜະລິດແລະການນຸ່ງຖືທີ່ນຳໃຊ້ແຜ່ນແພພື້ນເມືອງ,
ດັ່ງນັ້ນ ມີຄວາມຈຳເປັນແລະມີຄວາມເລັ່ງທວງໃຫ້ແຕ່ລະປະເທດຄວນຖືເປັນບຸລິມະສິດແລະມີນະໂຍບາຍທີ່ເໝາະສົມໃນການອະນຸລັກຮັກສາເເລະສົ່ງເສີມແຜ່ນເເພພື້ນເມືອງໃຫ້ສືບຕໍ່ຄົງຢູ່ກັບສັງຄົມພວກເຮົາ ຫວັງຢ່າງຍິ່ງວ່າພວກເຮົາຈະສາມາດສ້າງສັງຄົມຫຼືສະມາຄົມທີ່ອະນຸລັກຮັກສາເເລະສົ່ງເສີມເເຜ່ນເເພພື້ນ ເມືອງໃນອາຊຽນເເລະບັນດາປະເທດອ້ອມຂ້າງເຊັ່ນ: ສປ ຈີນ, ສ. ເກົາຫຼີ, ຍີ່ປຸ່ນ, ອິນເດຍ ເເລະ ປະເທດອື່ນໆ.