ໃນລະຫວ່າງວັນທີ 6-7 ພະຈິກ 2024 ນີ້, ອົງການໄອຍະ ການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມເຈລະຈາຮ່າງສົນທິສັນ ຍາການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ສົນທິ ສັນຍາວ່າດ້ວຍ ການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສປປ ລາວ- ສ ເກົາ ຫລີ ຜ່ານກອງປະຊຸມທາງໄກ ຕາງໜ້າຄະນະຜູ້ແທນຝ່າຍລາວນໍາໂດຍ ທ່ານ ສຸດສະກະ ບຸນມານິດ ຫົວໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ, ມີຜູ້ຕາງໜ້າຈາກ ຫ້ອງວ່າການສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ສານປະຊາຊົນສູງສຸດ, ກະຊວງຍຸຕິທໍາ ແລະ ຕາງໜ້າຄະນະຜູ້ແທນຝ່າຍ ສ ເກົາ ຫລີ ໂດຍ ທ່ານ ນາງ ຊອງມີຢາງ ຫົວໜ້າພະແນກສົນທິສັນຍາ ກະຊວງການຕ່າງ ປະເທດ ສ ເກົາຫລີ ພ້ອມດ້ວຍຜູ້ຕາງໜ້າຈາກ ກະຊວງການຕ່າງ ປະເທດ, ກະຊວງຍຸຕິທໍາ, ອົງການໄອຍະການປະຊາຊົນສູງສຸດ, ສະຖານເອອັກຄະລັດຖະທູດ ເກົາຫລີ ປະຈໍາລາວ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຕີລາຄາສູງຕໍ່ເນື້ອໃນພື້ນຖານ ຂອງການຮ່າງສົນທິສັນຍາທັງສອງສະບັບດັ່ງກ່າວ ທີ່ຝ່າຍ ສ ເກົາຫລີ ໄດ້ຮ່າງຂຶ້ນໃນເບື້ອງຕົ້ນ, ພ້ອມກັນຄົ້ນຄວ້າ ປຶກສາຫາລື ແລະ ແລກປ່ຽນຄໍາເຫັນລະຫວ່າງສອງຝ່າຍ ກ່ຽວກັບຮ່າງສົນທິສັນຍາທັງ ສອງສະບັບ ຢ່າງກົງໄປກົງມາ ແລະ ໄດ້ມີຄວາມເປັນເອ ກະພາບກັນໂດຍພື້ນຖານໃນຫລາຍບັນຫາສໍາຄັນ ເຊິ່ງໄດ້ເຮັດໃຫ້ຮ່າງສົນ ທິສັນຍາສະບັບນີ້ ມີຄວາມຄົບຖ້ວນ, ສົມບູນ ແລະ ສອດຄ່ອງກັບກົດໜາຍພາຍໃນຂອງສອງປະເທດ ເພື່ອເປັນບ່ອນອີງໃຫ້ແກ່ການລົງນາມ ແລະ ໃຫ້ສັດຕະຍາບັນໃນຂັ້ນຕໍ່ໄປ.
ກອງປະຊຸມເຈລະຈາຮ່າງສົນທິສັນຍາໃນຄັ້ງນີ້, ເປັນບາດກ້າວສໍາຄັນ ໃນການຮ່ວມມືທາງດ້ານກົດໝາຍ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໂດຍສະເພາະ ວຽກງານຮ່ວມມືລະຫວ່າງປະເທດທາງອາຍາ (MLA) ແລະ ວຽກງານສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສອງຝ່າຍ ເຊິ່ງສົນທິສັນຍາທັງສອງສະບັບດັ່ງກ່າວ ເປັນການປະ ກອບສ່ວນສໍາຄັນໃຫ້ແກ່ການຮ່ວມມືກັນ ໃນການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາ, ການສືບສວນ-ສອບສວນ, ການດໍາເນີນຄະດີອາຍາ ໃຫ້ມີປະສິດທິພາບສູງຂຶ້ນ ແນໃສປົກປັກຮັກສາຄວາມ ເປັນລະບຽບຮຽບຮ້ອຍ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ ແລະ ພົນລະ ເມືອງຂອງທັງສອງປະເທດ ແລະ ຍັງເປັນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະ ເທດ ໃຫ້ນັບມື້ນັບກ້າວສູ່ລວງເລິກ ແລະ ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບ: ອອປສ




