ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມອບເງິນຈໍານວນ 100,000,000 ກີບ ໃຫ້ແຂວງຫຼວງນໍ້າທາ ປະກອບສວ່ນບັນເທົາທຸກແກ້ໄຂໄພພີບັດທາງທໍາມະຊາດ. ພິທີມອບ-ຮັບ ດັ່ງ ກ່າວ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ເມື່ອວັນທີ 06 ພະຈິກ 2024, ກ່າວມອບໂດຍທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ແລະ ກ່າວຮັບໂດຍ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ.
ນອກຈາກນັ້ນ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ຍັງໄດ້ມອບທຸງແລກປ່ຽນ ສຕລ, ເສື້ອແຂ່ງຂັນທີມຊາດລາວ ແລະ ອຸປະກອນກິລາບານເຕະ ໃຫ້ກັບແຂວງຫລວງນໍ້າທາ.
ທີ່ມາ: ສຕລ



