ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປ່ອຍນົກປະຫລີວ 1,500 ໂຕທີ່ຍືດໄດ້ຈາກກຸ່ມຄົນບໍ່ດີລັກລອບຄ້າຂາຍ

Nov 7, 2024

ຕາມການລາຍງານທາງໜ່ວຍງານຄະດີອາຍາຂອງກອງບັນຊາກາານ ປກສ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີກຸ່ມຄົນບໍດີລັກລອບເອົາສັດປ່າປະ ເພດ ( ນົກປະຫລີວ ເຄື່ອນ ຍ້າຍມານຳລົດໂດຍສານໝາຍເລກທະບຽນ 75 F 00201 ເມື່ອເປັນເຊັ່ນນັ້ນທາງໜ່ວຍງານສືບ ສວນ-ສອບສວນຈຶ່ງໄດ້ອອກກວດກາຕາມແຫຼ່ງຂ່າວເຫັນວ່າມີຈິງແທ້ຈຶ່ງໄດ້ກັກຍຶດສັດປ່າປະເພດນົກປະຫລີວໄວ້ ຈຳນວນ 15 ແກັດ, ຈຳນວນ 1,500 ໂຕ.
ກອງບັນຊາການ ປກສ ເມືອງຈຶ່ງໄດ້ປະສານຫ້ອງການກະສິກຳ ແລະ ປາໄມ້ເມືອງເພື່ອມອບຂອງກາງທີ່ຍຶດໄດ້ໃຫ້ໜ່ວຍງານກວດ ກາປ່າໄມ ດັ່ງນັ້ນມາໃນວັນທີ 6 ພະຈິກ 2024 ທີ່ຜ່ານມານີ້, ທາງຫ້ອງການກະສິກຳປ່າໄມ້ເມືອງເຊໂປນສົມທົບກັບກອງບັນຊາການ ປກສ ເມືອງເຊໂປນໄດ້ຈັດພິທີການປ່ອຍສັດປ່າປະເພດນົກປະຫລີວທີ່ຍຶດໄດ້ຈາກກຸ່ມຄົນບໍ່ດີທີ່ລັກລອບຄ້າຂາຍ, ເຂົ້າຮ່ວມການ ປ່ອຍນົກປະຫລີວໃນຄັ້ງນີ້. ມີ ທ່ານສົມບັດ ອິດທະວົງ ຮອງເຈົ້າ ເມືອງເຊໂປນ.