ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ມຽນມາ ລົງນາມຮ່ວມມືດ້ານການຄົ້ນຄວ້າວິຊາການ ແລະ ແລກປ່ຽນໃນຂົງເຂດການພົວພັນສາກົນ ແລະ ຄັງປັນຍາ

Nov 7, 2024

ວັນທີ 07 ພະຈິກ 2024, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MoU) ວ່າດ້ວຍ ການຮ່ວມມື ລະຫວ່າງ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຖາບັນຄົ້ນຄວ້າຍຸດທະສາດ ແລະ ບັນ ຫາສາກົນຂອງ ມຽນມາ, ກະຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ສະຫະພັນ ມຽນມາ ກ່ຽວກັບ ການຮ່ວມມືດ້ານການ ຄົ້ນຄວ້າວິຊາການ ແລະ ແລກປ່ຽນໃນຂົງເຂດການພົວພັນສາກົນ ແລະ ຄັງປັນຍາ. ສໍາລັບຝ່າຍລາວ ໃຫ້ກຽດລົງນາມໂດຍ ທ່ານ ນາງ ວິທະຍາ ໄຊຍະວົງ, ຫົວໜ້າສະຖາບັນການຕ່າງປະເທດ, ສ່ວນສະຖາບັນຄົ້ນຄວ້າຍຸດທະສາດ ແລະ ບັນຫາສາກົນ. ໃຫ້ກຽດຕາງໜ້າລົງນາມໂດຍ ທ່ານ ອອງ ໂກເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະທາລະນະລັດ ສະຫະພັນມຽນ ມາ ປະຈໍາ ສປປ ລາວ, ໂດຍມີ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ກຽດເປັນສັກຂີພະ ຍານ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານຈາກກົມກອງກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ພ້ອມ ດ້ວຍຜູ້ຕາງໜ້າຈາກ ສະຖານເອກອັກຄະລັດຖະທູດມຽນມາ ປະຈໍາ ສປປ ລາວ ເຂົ້າຮ່ວມທັງຫມົດ 20 ທ່ານ.
ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແນ່ໃສ່ເພື່ອເສີມ ຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງສະຖາບັນ ແລະ ສ້າງກົນໄກການຮ່ວມມື ເພື່ອແລກປ່ຽນປະສົບການ ແລະ ຖອດ ຖອນບົດຮຽນ ໃນຂົງເຂດການພົວພັນສາກົນ, ການພົວພັນເສດ ຖະກິດສາກົນ, ການຄົ້ນຄວ້າບັນຫາພົ້ນເດັ່ນ, ແລກປ່ຽນຂໍ້ມູນຂ່າວສານ, ຄັງປັນຍາ ແລະ ອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ພ້ອມດຽວກັນນັ້ນ, ກໍ່ຍັງເປັນການສ້າງໃຫ້ມີນິຕິກໍາຮ່ວມກັນ ເພື່ອເປັນເອກະສານອ້າງອີງ ໃຫ້ແກ່ທັງຝ່າຍລາວ ແລະ ມຽນມາ ໃນການພົວພັນຮ່ວມມືກັນໃນອານາຄົດ.
ສປປ ລາວ ແລະ ສສ ມຽນມາ ໄດ້ມີສາຍພົວພັນການທູດອັນຍາວນານເປັນເວລາ 69 ປີ ເຊິ່ງໃນວັນທີ 12 ກໍລະກົດ 1955 ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ແລະ ມີການຮ່ວມມືແບບເພື່ອນມິດຕະຫຼອດມາ. ພາຍຫຼັງ ສປປ ລາວ ໄດ້ຮັບການສະຖາປະນາ ປີ 1975, ການພົວພັນການທູດ ລະ ຫວ່າງ ສອງປະເທດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສອງຝ່າຍໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນ, ມີການແລກປ່ຽນການຢ້ຽມຢາມກັນຢ່າງເປັນປະຈໍາໃນລະດັບການນໍາ ຈົນເຖິງວິຊາການ, ເຊິ່ງຜ່ານມາໄດ້ມີການເຊັນບົດບັນທຶກການຮ່ວມມືກັນໃນຫຼາຍຂົງເຂດ ເຊັ່ນວ່າ: ດ້ານການຄ້າ, ການລົງ ທຶນ, ພະລັງງານ, ກະສິກໍາ, ທ່ອງທ່ຽວ, ການສຶກສາ, ກິລາ, ຂໍ້ມູນຂ່າວສານ ແລະ ອື່ນໆ.