ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລືວຽກງານພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ຂັ້ນສູນກາງ

Nov 8, 2024

ໃນວັນທີ 7 ພະຈິກ 2024 ນີ້ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມຄັ້ງທີ I ຂອງຄະນະຊີ້ນໍາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂັ້ນສູນກາງຂຶ້ນ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນໍາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂັ້ນສູນກາງ.
ຈຸດປະສົງເພື່ອເຜີຍແຜ່ຂໍ້ຕົກລົງຂອງທ່ານ ນາຍົກລັດຖະ ມົນຕີວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາວຽກງານພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກຂັ້ນສູນກາງ ສະບັບເລກທີ 121/ນຍ, ລົງວັນທີ 02 ກັນຍາ 2024, ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ໃນໄລຍະ ປີ 2021-2023 ຜ່ານມາ ແລະ ທິດ ທາງແຜນການຮອດປີ 2025, ປຶກສາຫາລືເປັນເອກະພາບກ່ຽວ ກັບການແບ່ງຄວາມຮັບຜິດຊອບພາຍໃນຄະນະ ແລະ ການພິຈາ ລະນາຮັບຮອງເອົາແຜນການເຄື່ອນໄຫວຂອງຄະນະຊີ້ນໍາວຽກ ງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂັ້ນສູນກາງເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.