ໃນລະຫວ່າງວັນທີ 6-7 ພະຈິກ ຜ່ານມາ, ອົງການແພລນ ສາກົນ ປະຈໍາ ສປປ ລາວ ໄດ້ສືບຕໍ່ນໍາເອົາເຄື່ອງຊ່ວຍເຫຼືອລົງແຈກຢາຍໃຫ້ພໍ່ແມ່ປະຊາຊົນຄອບຄົວທີ່ຖືກຜົນກະທົບໄພນໍ້າຖ້ວມຢູ່ເມືອງຜາອຸດົມ, ແຂວງບໍ່ແກ້ວ ຊຶ່ງນໍາພາໂດຍ ທ່ານ ແສງສັນຕິສິດ ຊະນະສີສານ ຮອງອໍານວຍການອົງການແພລນສາກົນ ປະຈໍາ ສປປ ລາວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອລົງແຈກຢາຍໃຫ້ພໍ່ແມ່ປະຊາຊົນຈໍານວນ 13 ບ້ານທີ່ຖືກຜົນກະທົບຈາກໄພພິບັດທໍາມະຊາດນໍ້າຖ້ວມໃນໄລຍະຜ່ານມາຈໍານວນ 255 ຄອບຄົວ,
ໃນນີ້ມີ ບ້ານນາໂຮມມີ 19 ຄອບຄົວ, ປາກຫາດ 35 ຄອບຄົວ, ຫາດຄໍາ 5 ຄອບ ຄົວ, ຫາດຫ້ອມ 20 ຄອບຄົວ, ຫ້ວຍບົງ 16 ຄອບຄົວ, ວັງປ້ອມ 16 ຄອບຄົວ, ຫາດລີ່ 27 ຄອບຄົວ, ດອນໃຈ 2 ຄອບຄົວ, ຫາດໜາມ 32 ຄອບຄົວ, ຫາດໂຊນ 44 ຄອບຄົວ, ຫາດໝວກ 12 ຄອບຄົວ ແລະ ບ້ານເພັງ 16 ຄອບຄົວ. ຄອບຄົວໜຶ່ງຈະໄດ້ຮັບເຂົ້າກິນ 120 ກິໂລ, ອາຫານແຫ້ງປະເພດປ໋ອງປາ, ໝີ່ແຫ້ງສໍາເລັດຮູບນວນໜຶ່ງ, ຜ້າຫົ່ມໂຕ່ໆ, ສາດປູ, ຖັງກອງນໍ້າ, ເຄື່ອງສຸຂະອະນາໄມ ແລະ ອື່ນໆ.
ນອກຈາກນີ້, ຍັງໄດ້ມອບໃຫ້ຄູ-ອາຈານ ແລະ ນ້ອງນັກຮຽນ ທີຢູ່ຫໍພັກໂຮງຮຽນ ມຕ ຫາດໜາມ ໄດ້ຮັບເຂົ້າສານ 30 ກິໂລ/ຄົນ ພ້ອມທັງເຄື່ອງໃຊ້ອື່ນໆອີກຈໍານວນໜຶ່ງ ລວມມູນຄ່າ 2 ຕື້ 451 ກວ່າກີບ. ເຊິ່ງໄດ້ຮັບການສະໜັບສະໜູນທຶນຊ່ວຍເຫຼືອຈາກອົງການແພລນສາກົນປະຈໍາຍີ່ປຸ່ນ.
ຂ່າວ: ໂສພາ ທິບພະວົງ






