1. ຫ້າມຂາຍ ແລະ ນຳເອົາຢາເສບຕິດ, ສິ່ງມຶນເມົາ, ອາວຸດ, ມີດ, ງ້າວ, ໜ້າ, ກະຖຸນ, ສາຍແອວຫົວໃຫຍ່ ແລະ ສະນັບມື, ສິ່ງຂອງລອກຮຽນແບບ, ສິນຄ້າລາມົກອະນາຈານ ແລະ ສິນຄ້າທີ່ຜິດກົດໝາຍ ເຂົ້າມາໃນງານ ແລະ ມາວາງຂາຍພາຍໃນງານຢ່າງເດັດຂາດ;
2. ຫ້າມໂຄສະນາ ຂາຍສິນຄ້າເກີນຄວາມເປັນຈິງ, ບໍ່ອະນຸຍາດນຸ່ງເຄື່ອງລາມົກອະນາຈານ ເຂົ້າໃນງານບຸນ;
3. ຫ້າມດື່ມສິ່ງມຶນເມົາ, ຫຼິ້ນການພະນັນ ແລະ ອາລະວາດຕີກັນ;
4. ຫ້າມຂາຍເຄື່ອງຊະຊາຍ, ວາງສິນຄ້າອອກມານອກຮ້ານ ແລະ ຊື້ຂາຍສິນຄ້າເປັນເງິນຕາຕ່າງປະເທດ;
5. ຫ້າມບຸກຄົນ, ວັດ, ສຳນັກງານ, ອົງການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງ-ຂາຍສິນຄ້າຂອງຄະນະກຳມະການຈັດງານ;
6. ສໍາລັບນັກສະແດງສີລະປະຢູ່ໃນງານແຕ່ລະຈຸດຕ້ອງແຕ່ງກາຍ ແລະ ນຸ່ງເຄື່ອງສຸພາບຮຽບຮ້ອຍໃຫ້ຖືກຕ້ອງຕາມຮີດຄອງປະເພນີລາວ.
7. ຫ້າມສວຍໂອກາດຂຶ້ນລາຄາຄ່າເຊົ່າຫ້ອງ, ຄ່າບໍລິການຕາມລໍາພັງໃຈ, ການເປັນນາຍໜ້າຈັບຈ່ອງຫ້ອງຂາຍສິນຄ້າ ແລະ ບໍລິການ ເພື່ອເກງກໍາໄລເດັດຂາດ.
8. ຫ້າມນຳເອົາເຄື່ອງສຽງຂະໜາດໃຫຍ່ ທີ່ມີຄວາມດັງເກີນ 85 ດີຊີເບວ ເຂົ້າມານຳໃຊ້, ໂດຍບໍ່ມີໃບອະນຸຍາດ, ຖ້າພົບເຫັນຈະຖືກປັບໄໝໃນລາຄາ ເຄື່ອງລະ 10,000,000 ກີບ.
9. ການເປີດຮ້ານ ວາງສະແດງ ແລະ ຂາຍສິນຄ້າຢູ່ສະໜາມຫຼວງ ແລະ ພະທາດຫຼວງ ບໍ່ໃຫ້ເກີນ 23:00 ໂມງ.
ຖ້າລະເມີດຂໍ້ຫ້າມ ຄະນະກໍາມະການກວດກາການຄ້າຈະໄດ້ໃຊ້ມາດຕະການສຶກສາອົບຮົມ, ປັບໄໝ ຕາມລະບຽບການ.


