ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສຳເລັດຂອງເວທີສົນທະນາສາກົນສັງຄົມນິຍົມ ຄັ້ງທີ XI

Nov 8, 2024

ເວທີສົນທະນາສາກົນສັງຄົມນິຍົມ ຄັ້ງທີ XI ໄດ້ຈັດຂຶ້ນໃນວັນທີ 8 ພະຈິກ 2024 ທີ່ ນະຄອນຫຼວງວຽງຈັນ ສປປ ລາວ, ພາຍໃຕ້ຫົວຂໍ້: “ລັດທິມາກ ໃນສັດຕະວັດທີ XXI”, ພາຍໃຕ້ການເປັນເຈົ້າພາບຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ (ສວສສຊ) ໂດຍການເປັນປະທານຮ່ວມຂອງ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະພັກ ປະທານ ສວສສຊ, ສະຫາຍ ຕະ ມິງ ຕວັນ ຮອງປະທານ ສະຖາບັນດິດ ວິທະຍາສາດສັງຄົມ ສສ ຫວຽດນາມ ແລະ ສະຫາຍ ເສີນ ຈື້ກາງ ຮອງຫົວໜ້າສະຖາບັນຄົ້ນຄວ້າລັດທິມາກ, ສະຖາບັນວິທະຍາສາດສັງຄົມຈີນ.
ເປັນກຽດເຂົ້າຮ່ວມເວທີສົນທະນາສາກົນສັງຄົມນິຍົມຄັ້ງນີ້ ມີການນຳຂັ້ນສູງ ຂອງບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຈຳນວນໜຶ່ງຂອງ ສປປ ລາວ, ມີສະຫາຍ ນາງ ແອນນາ ເອເທີ ວຽນ ວານເດສ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສ ກູບາ ປະຈຳ ສປປ ລາວ, ຜູ້ຕາງໜ້າ ສະຖານທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ຜູ້ຕາງໜ້າຈາກສະຖານທູດ ສປປ ເກົາຫຼີ ປະຈໍາ ສປປ ລາວ ແລະ ມີບັນດານັກຄົ້ນຄວ້າ, ນັກວິທະຍາສາດ, ຄູ-ອາຈານ ຈາກສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາຂັ້ນສູງ ຂອງ ສປປ ລາວ ແລະ ມີຜູ້ຕາງໜ້າ ຂອງບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ.
ເວທີສົນທະນາສາກົນສັງຄົມນິຍົມຄັ້ງນີ້ ໄດ້ດຳເນີນໄປເປັນເວລາ 1 ວັນເຕັມ ໂດຍ ສວສສຊ, ສະຖາບັນດິດວິທະຍາສາດສັງຄົມ ສສ ຫວຽດນາມ ແລະ ສະຖາບັນວິທະຍາສາດສັງຄົມຈີນ ຊຶ່ງໃນເວທີສົນທະນາ ໄດ້ມີນັກຄົ້ນຄວ້າ, ນັກວິທະຍາສາດ ປະກອບຄຳຄິດຄຳເຫັນ, ແລກປ່ຽນທັດສະນະຊຶ່ງກັນ ແລະ ກັນ ກ່ຽວກັບ “ສັງຄົມນິຍົມ” ໂດຍໄດ້ແບ່ງອອກເປັນ 3 ວາລະໃຫຍ່ຄື: (1) “ທິດສະດີສັງຄົມນິຍົມທັນສະໄໝຕໍ່ການພັດທະນາແບບກົມກຽວ ແລະ ຍືນຍົງ”; (2) “ພຶດຕິກຳ ກ່ຽວກັບສັງຄົມນິຍົມທັນສະໄໝ ກັບການພັດທະນາແບບກົມກຽວ ແລະ ຍືນຍົງ” ແລະ ວາລະທີ (3) ໄດ້ຮັບຟັງການສະເໜີ ບົດວິທະຍາສາດ, ສົນທະນາປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ຊຶ່ງກັນ ແລະ ກັນ ກ່ຽວກັບ “ການຮ່ວມມື ເພື່ອການພັດທະນາແບບກົມກຽວ ແລະ ຍືນຍົງ”.
ໃນຕອນທ້າຍຂອງເວທີສົນທະນາ ສະຫາຍ ກອງແກ້ວ ໄຊສົງຄາມ ໄດ້ຕາງໜ້າ ຄະນະປະທານກ່າວສະຫຼຸບສັງລວມເນື້ອໃນຈິດໃຈ ແລະ ຄຳຄິດຄຳເຫັນ ກ່ຽວກັບເວທີສົນທະນາສາກົນສັງຄົມນິຍົມ ພາຍໃຕ້ຫົວຂໍ້ “ທິດສະດີມາກໃນສະຕະວັດທີ XXI” ໂດຍຫຍໍ້ວ່າ: ທິດສະດີມາກ ມີຄວາມສໍາຄັນໃນປະຫວັດສາດຂອງສັງຄົມມະນຸດ, ຍັງມີຊີວິດຊີວາ ແລະ ຮຸ່ງເຮືອງເຫຼືອງເຫຼື້ອມໃນສັດຕະວັດທີ XXI, ຫຼາຍປະເທດ, ຫຼາຍພັກການເມືອງ ແລະ ຫຼາຍຂະບວນການເຄື່ອນໄຫວທາງການເມືອງ, ເສດຖະກິດ ແລະ ສັງຄົມ ຍັງໝູນໃຊ້ ທິດສະດີດັ່ງກ່າວ ເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ການເຄື່ອນໄຫວຂອງຕົນ; ພັກ ແລະ ລັດຖະບານ ຂອງ ສປປ ລາວ, ສສ ຫວຽດນາມ ແລະ ສປ ຈີນ ໄດ້ໝູນໃຊ້ທິດສະດີມາກ ເປັນທວນໄຟອັນໃສແຈ້ງ ແລະ ເປັນເຂັມຊີ້ທິດເຍືອງທາງ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນ ເພື່ອກ້າວຂຶ້ນ ສັງຄົມນິຍົມ ເທື່ອລະກ້າວ ຕາມສະພາບຈຸດພິເສດ, ຄຸນລັກສະນະ ແລະ ສີສັນຂອງຕົນ; ມີແຕ່ການພັດທະນາກຳລັງການຜະລິດໃຫ້ກ້າວໜ້າ, ຂະຫຍາຍຕົວ, ທັນສະໄໝ ແລະ ມີປະສິດທິພາບສູງຂຶ້ນເລື້ອຍໆ, ສູງກວ່າ ໃນລະບອບທຶນນິຍົມເທົ່ານັ້ນ ຈຶ່ງຈະເປັນການສ້າງປະຖົມປັດໄຈ ຫຼື ເງື່ອນໄຂໃຫ້ພວກເຮົາກ້າວຂຶ້ນສູ່ສັງຄົມນິຍົມໄດ້.
ໂດຍລວມແລ້ວ, ສະພາບເວທີສົນທະນາຄັ້ງນີ້ ແມ່ນໄດ້ດໍາເນີນມາດ້ວຍບັນຍາກາດທີ່ຟົດຟື້ນ, ອົບອຸ່ນ, ເຕັມໄປດ້ວຍໄມຕີຈິດ-ມິດຕະພາບອັນສູງສົງ, ປະສົບຜົນສຳເລັດຕາມລະດັບຄາດໝາຍ ແລະ ໄດ້ສິ້ນສຸດລົງຢ່າງມີຜົນສຳເລັດ.
ຂ່າວ-ພາບ: ສຸກສະຫວັນ