ໃນຕອນເຊົ້າວັນທີ 8 ພະຈິກ 2024 ທີ່ນະຄອນຫຼວງວຽງຈັນ, ໄດ້ມີການຈັດກອງປະຊຸມ ສໍາມະນາ ສໍາລັບ ຄະນະຜູ້ແທນຂອງ ສປປ ລາວ ເພື່ອກະກຽມການເຂົ້າຮ່ວມ ກອງປະຊຸມລັດພາຄີຄັ້ງທີ 29 (COP29) ພາຍໃຕ້ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ (UNFCCC), ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະ ມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ນາງ ມາຕິນ ເທເຣີ (Martine Therer), ຜູ້ຕາງໜ້າ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ (ໃນນາມຂອງອົງການຮ່ວມພັດທະນາ ທີ່ລວມມີ GGGI, UN, World Bank, ADB), ແລະ ການເຂົ້າຮ່ວມຂອງ ທ່ານ ຮອງລັດຖະມົນຕີ ກຊສ.
ຈຸດປະສົງຂອງກອງປະຊຸມເພື່ອສະເໜີພາບລວມ ແລະ ຂົງ ເຂດປຶກສາຫາລື ທີ່ເປັນບູລິມະສິດໃນກອງປະຊຸມລັດພາຄີ ຄັ້ງທີ 29 (COP29), ລວມທັງ ວຽກງານບູລິມະສິດ ໃນຂົງເຂດການ ປ່ຽນແປງດິນຟ້າອາກາດ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານການປ່ຽນແປງດິນຟ້າອາກາດຢູ່ ສປປ ລາວ, ວຽກງານການເງິນເພື່ອສະໜັບສະໜູນ ວຽກງານການປ່ຽນແປງດິນຟ້າອາກາດ ແລະ ວຽກງານກອງທຶນຊົດເຊີຍການສູນເສຍ ແລະ ຄວາມເສຍຫາຍຈາກການປ່ຽນແປງດິນຟ້າອາກາດ.
ກອງປະຊຸມ ໄດ້ປຶກສາຫາລື ແລະ ໄດ້ມີການປະກອບຄຳຄິດ ເຫັນ ໃນວຽກງານທີ່ເປັນບູລິມະສິດ ແລະ ແຜນການໃນຕໍ່ໜ້າຂອງບັນດາຂະແໜງການ ແລະ ອົງການຈັດຕັ້ງສາກົນ ທີ່ຕິດພັນກັບວຽກງານການປ່ຽນແປງດິນຟ້າອາກາດ ເປັນຕົ້ນ ການມີສ່ວນ ຮ່ວມຂອງໄວໜຸ່ມ, ວຽກງານສາທາລະນະສຸກ, ແລະ ວຽກ ງານພະລັງງານ.
ຂ່າວ: ອະພິເດດ ແສງດາລາ





