ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ໂຄງການກໍ່ສ້າງອາຄານຮຽນຫຼັງໃໝ່ ມສ ເມືອງລ້ອງ ເມືອງສົບເບົາ

Nov 10, 2024

ວັນທີ 7 ພະຈິກ 2024 ໄດ້ມີພິທີ ມອບ-ຮັບ ໂຄງການກໍ່ສ້າງອາຄານຮຽນຫຼັງໃໝ່ ໂຮງຮຽນມັດທະຍົມສົມບູນເມືອງລ້ອງ ເມືອງສົບເບົາ ແຂວງຫົວພັນ ຢູ່ທີ່ໂຮງຮຽນດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ຄອນປະພັນ ເລືອງສີຈັນທອງ ຄະນະປະຈຳພັກແຂວງ ປະທານສະພາປະຊາຊົນແຂວງ.
ທ່ານ ຄຳຫຼ້າ ຈັນທະວົງ ຜູ້ອຳນວຍການ ບໍລິສັດ ຄູນຄຳກໍ່ສ້າງ ໃນນາມຜູ້ຮັບເໝົາກໍ່ສ້າງ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງຮຽນ ມສ ເມືອງລ້ອງ ຫຼັງໃໝ່ ແມ່ນໄດ້ເລີ່ມຕົ້ນລົງມືກໍ່ສ້າງນັບແຕ່ວັນທີ 13 ທັນວາ 2023 ເປັນ ຕົ້ນມາຈົນມາຮອດວັນທີ 4 ພະຈິກ 2024 ຈິ່ງສຳລັດ 100% ໂດຍໃຊ້ເວລາ 304 ວັນໃນການກໍ່ສ້າງ ສຳເລັດກ່ອນກຳນົດໃນສັນຍາກໍ່ສ້າງ ເຊິ່ງແມ່ນ ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ເປັນເຈົ້າຂອງໂຄງການ ລວມມູນຄ່າການກໍ່ສ້າງທັງໝົດ 373.000 ໂດລາສະຫະລັດ ໂດຍໄດ້ຮັບທຶນຈາກກອງທຶນຈີນເພື່ອມິດຕະພາບ ແລະ ການພັດທະນາຜ່ານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຜ່ານສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຫົວພັນ.
ໂຮງຮຽນດັ່ງກ່າວ ເປັນອາຄານຊັ້ນດຽວກໍ່ດ້ວຍດິນຈີ່ ເບຕົງເສີມເຫຼັກ, ຫຼັງຄາມຸງດ້ວຍກະເບື້ອງ, ມີເນື້ອທີ່ທັງໝົດ 25×38 ແມັດ ປະກອບມີອາຄານຮຽນ 1 ຫຼັງ ມີ 7 ຫ້ອງຮຽນ, 1 ຫ້ອງຄອມພິວເຕີ ຂະໜາດ 5×8 ແມັດ, ຫໍພັກຄູ 1 ຫຼັງ ມີ 4 ຫ້ອງ ຂະໜາດ 9×16 ແມັດ, ຫໍພັກນັກຮຽນ 1 ຫຼັງ ມີ 3 ຫ້ອງ ຂະໜາດ 6,5×28 ແຍກຫ້ອງ ຍິງ-ຊາຍ, ເຮືອນຄົວ 1 ຫຼັງ ຂະໜາດ 5×8 ແມັດ, ຫ້ອງນໍ້າ 2 ຫຼັງ ຍິງ-ຊາຍ ຂະໜາດ 4×4 ແມັດ, ສະໜອງນໍ້າ ແລະ ອ່າງເກັບນໍ້າ, ກໍາແພງອ້ອມໂຮງຮຽນ, ປ້າຍຊື່ໂຮງຮຽນ, ເທເບຕົງພາຍໃນເດີ່ນໂຮງຮຽນ, ເຟີນີເຈີ ແລະ ໄຟຟ້າຄົບຊຸດ ໂດຍມີການຮັບປະກັນການກໍ່ສ້າງເປັນເວລາ 1 ປີ.
ຂ່າວ: ສີສົມສັກ ພົມມາທຳ