ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມພົບປະທຸລະກິດ ລາວ-ຈີນ

Nov 10, 2024

ກອງປະຊຸມພົບປະທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2024 ທີ່ ນະຄອນຫາງໂຈ, ແຂວງເຈີຈຽງ, ສປ ຈີນ ໂດຍມີຄະນະນໍາຈາກພາກລັດ ແລະ ພາກທຸລະກິດ ຂອງ ສປປ ລາວ ແລະ ແຂວງເຈີຈຽງ, ສປ ຈີນ ເຂົ້າຮ່ວມລວມຈຳນວນທັງໝົດ 150 ກວ່າທ່ານ, ໂດຍພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມກ່າວສູນທອນພົດ ໃນກອງປະຊຸມດັ່ງກ່າວ.
​ ກອງປະຊຸມພົບປະທຸລະກິດ ລາວ-ຈີນ ຄັ້ງນີ້ ຮ່ວມຈັດໂດຍ ສະ​ພາ​ການ​ຄ້າ ​ແລະ ​ອຸດ​ສາ​ຫະ​ກໍາ ແຫ່ງຊາດລາວ ແລະ ສະພາສົ່ງ ເສີມການຄ້າສາກົນ ແຂວງເຈີຈຽງ ພາຍໃຕ້ການປະສານສົມທົບກັບ ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການຕ່າງປະເທດ ຂອງ ສປປ ລາວ. ກອງປະຊຸມດັ່ງກ່າວເປັນເວທີໜື່ງທີ່ມີຄວາມສຳຄັນໃນການເສີມ ຂະຫຍາຍສາຍພົວພັນການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ຂອງ ສອງປະເທດ ລາວ-ຈີນ, ໂດຍສະເພາະ ການສະໜອງ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບ ນະໂຍບາຍດຶງດູດການລົງ ທຶນ, ທ່າແຮງການລົງທຶນ, ສະພາບການພັດທະນາບັນດາພື້ນ ຖານໂຄ່ງລ່າງ ທາງດ້ານເສດຖະກິດ ລວມທັງ ເຂດເສດຖະກິດພິເສດ ເພື່ອສ້າງເງື່ອນໄຂໃຫ້ມີການເພີ່ມທະວີການຄ້າ ແລະການ ລົງທຶນລະຫວ່າງ 2 ປະເທດ ລາວ-ຈີນ.
ກອງປະຊຸມໃນຄັ້ງນີ້ ທັງສອງຝ່າຍ ໄດ້ມີການແລກປ່ຽນຄຳເຫັນ ກ່ຽວກັບ ສະພາບພົ້ນເດັ່ນ ຂອງການພັດທະນາເສດຖະກິດ ແລະ ກາລະໂອກາດຂອງການລົງທຶນ ເພື່ອຮັດ​ແໜ້ນ​ການ​ຮ່ວມ​ມືລະ​ຫວ່າງພາກ​ລັດ ແລະ ພາກ​ເອ​ກະ​ຊົນ ແລະ ເພີ່ມ​ທະວີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນດ້ານການລົງທຶນຂອງ ລາວ-ຈີນ ​ໃນທຸກ​ຂົງ​ເຂດ​ ແລະ ໄດ້ເປິດເວທີໃຫ້ມີການນໍາສະເໜີໃນຫົວຂໍ້ຕ່າງໆຂອງພາກທຸລະກິດ ຂອງສອງປະເທດ ເພື່ອຍົກໃຫ້ເຫັນ ກາລະໂອກາດ ແລະ ທ່າແຮງ ຂອງການລົງທຶນຢູ່ໃນ ສປປ ລາວ ໃນ ຂະແໜງການສຳຄັນຕ່າງໆ ເປັນຕົ້ນ ການພັດທະນາພະລັງງານທົດແທນ, ການປຸງແຕ່ງແຮ່ທາດ, ໂລຈິດສະຕິກ, ການຄ້າອີເລັກໂທນິກ, ການທ່ອງທ່ຽວ, ການລົງທຶນທີ່ເປັນມິດຕໍ່ສິ່ງແວດລ້ອມ ລວມເຖິງການພັດທະນາຢູ່ໃນເຂດເສດຖະກິດພິເສດ ແລະ ອື່ນໆ. ພ້ອມກັນນັ້ນ, ໃນໂອກາດກອງປະຊຸມຄັ້ງນີ້ ໄດ້ມີພິທີລົງນາມເອກະສານຮ່ວມມືລະຫວ່າງພາກທຸລະກິດຈຳນວນ 3 ສະບັບ ເພື່ອເພີ່ມທະວີການຮ່ວມມືລະຫວ່າງນັກທຸລະກິດລາວ ແລະ ຈີນ.
ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ອຳນາດການປົກຄອງແຂວງເຈີຈຽງ ແລະ ທັດສະນະສືກສາ ກ່ຽວກັບວຽກງານການຫຼຸດຜ່ອນຄວາມທຸກຍາກ, ການພັດທະນານິຄົມອຸດສາຫະກໍາ ຈຳນວນໜຶ່ງ.
ສປ ຈີນ ແມ່ນຄູ່ຄ້າອັນດັບໜຶ່ງ ແລະ ເປັນປະເທດຜູ້ລົງທຶນທີ່ມີມູນຄ່າສູງທີ່ສຸດໃນ ສປປ ລາວ. ວິສາຫະກິດ ແລະ ນັກລົງ ທຶນຈາກ ສປ ຈີນ ໄດ້ມາລົງທຶນ ຢູ່ ສປປ ລາວ ໃນທຸກຂະແໜງ ການ ໂດຍສະເພາະ ​ຂະ​ແໜງພະລັງງານ, ບໍ່ແຮ່, ພື້ນຖານໂຄງລ່າງ, ການບໍລິການ ແລະ ກະສິກໍາ, ແລະ ອື່ນໆ ເຊິ່ງລວມມີຫຼາຍກ່ວາ 900 ໂຄງການ ມີມູນຄ່າຫຼາຍກ່ວາ 15 ຕື້ ໂດລາສະຫະລັດ.