ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກວດກາ ຄວາມພ້ອມເປີດການກວດກູ້ລະເບີດ ເພື່ອມະນຸດສະທໍາ ປະຈໍາປີ 2024-2025

Nov 10, 2024

ວັນທີ 9 ພະຈິກ 2024 ນີ້, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຮອງລັດຖະມົນຕີ ກະຊວງ ປ້ອງກັນປະເທດ ພ້ອມ ຄະນະ ລົງກວດກາຄືນການກະກຽມຄວາມພ້ອມຮອບດ້ານ ໃນພິທີເປີດການກວດກູ້ລະເບີດ ບໍ່ທັນແຕກເພື່ອມະນຸດສະທໍາ ລະຫວ່າງ ກະຊວງປ້ອງກັນປະເທດ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ປະຈໍາປີ 2024-2025.
ໃນໂອກາດດັ່ງກ່າວ, ໄດ້ຮັບຟັງການລາຍງານການກະກຽມຄວາມພ້ອມດ້ານຕ່າງໆ ຈາກພາກສ່ວນທີ່ກ່ຽວຂ້ອງລວມເຖິງການມອບໝາຍໜ້າທີ່ຮັບຜິດຊອບໃຫ້ແຕ່ລະພາກສ່ວນມີຄວາມສອດຄ່ອງ ແລະ ແທດເໝາະກັບຕົວຈິງ, ມາຮອດປັດຈຸບັນ ແຕ່ລະໜ້າວຽກແມ່ນມີຄວາມພ້ອມ 100%.
ຈາກນັ້ນ, ສະຫາຍຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະ ຮັບຜິດຊອບທຸກພາກສ່ວນ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຕາມພາລະບົດບາດ ຂອງຕົນໃຫ້ປະສົບຜົນສໍາເລັດ, ພ້ອມທັງກ່າວວ່າ: ການກວດກູ້ລະເບີດ ຖືວ່າການພົວພັນຮ່ວມມື ລະຫວ່າງ ກະຊວງປ້ອງກັນປະເທດລາວ ແລະ ກະຊວງປ້ອງກັນປະເທດຣັດເຊຍ, ພ້ອມທັງໄດ້ເນັ້ນໜັກວ່າ ວຽກໃດທີ່ຍັງບໍ່ທັນສອດຄ່ອງ, ບໍ່ທັນສໍາເລັດ ແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງຮີບຮ້ອນປັບປຸງແກ້ໄຂ ແລະ ປະຕິບັດໃຫ້ສໍາເລັດທັນກັບເວລາທີ່ກໍານົດ ເພື່ອເຮັດໃຫ້ພິທີ ເປີດການກວດກູ້ລະເບີດເພື່ອມະນຸດສະທໍາໃນຄັ້ງນີ້ ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ໄດ້ຮັບໝາກຜົນຢ່າງຈົບງາມ.
ຂ່າວ-ພາບ: ຂັນໄຊ