ໂຄງການຄະນະຊາວໜຸ່ມອາຊຽນ (AYF) ເປັນໂຄງການພັດທະນາພາວະຄວາມເປັນຜູ້ນໍາ ທີ່ມີເປົ້າໝາຍເຊື່ອມຈອດ ແລະ ປູກຝັງຜູ້ນໍາຮຸ່ນໃໝ່ທີ່ມີອະນາຄົດ ໂດຍເນັ້ນການເຮັດວຽກຮ່ວມກັບພາກລັດ ເອກະຊົນ ແລະ ບຸກຄົນຈາກພາກສ່ວນການຮ່ວມມືຕ່າງໆ ໂຄງການດັ່ງກ່າວເປັນການຮ່ວມມືໂດຍມູນນິທິສາກົນສິງກະໂປ (SIF) ແລະ ສະພາຊາວໜຸ່ມແຫ່ງຊາດສິງກະໂປ (NYC) ໃນແຕ່ລະປີ.
AFY ສ້າງຕັ້ງຂຶ້ນປີ 2018 ເພື່ອສະເຫຼີມສະຫຼອງການເປັນປະທານອາຊຽນ ຂອງສິງກະໂປ ເຊິ່ງປີນີ້ເປັນປີທີ 6 ຂອງ AYF ກອງປະຊຸມ AYF ສໍາລັບປີນີ້ຈັດຂຶ້ນວັນທີ 3-10 ພະຈິກ ເຊິ່ງເປັນການເຂົ້າຮ່ວມແບບເຊິ່ງໜ້າ ຢູ່ປະເທດສິງກະໂປ ວັນທີ 3-7 ພະຈິກ 2024 ແລະ ຢູ່ປະເທດລາວ ວັນທີ 7-10 ພະຈິກ 2024 AYF 2024 ໄດ້ເດີນທາງໄປສິງກະໂປ ແລະ ເດີນທາງມາ ສປປ ລາວ ກໍຄືນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ເຊິ່ງເປັນຄັ້ງທໍາອິດທີ່ AYF ໄດ້ຂະຫຍາຍໂຄງການນີ້ມາປະເທດລາວ ໃນຖານະເປັນສ່ວນໜຶ່ງຂອງໂຄງການໃນຕ່າງປະເທດ ໃນປີຜ່ານມາ AYF ໄດ້ນໍາຜູ້ເຂົ້າຮ່ວມໄປກົວລາລໍາເປີ ຈາກາຕາ ແລະ ຮ່າໂນ້ຍ AYF 2024 ມີຜູ້ນໍາຊາວໜຸ່ມອາຊີຕາເວັນອອກສຽງໃຕ້ 44 ຄົນ ເຂົ້າຮ່ວມ ຈາກ 10 ປະເທດຈາກສະມາຊິກອາຊຽນ ແລະ ປະເທດຕີມໍເລສເຕ ເຊິ່ງເປັນຄັ້ງທໍາອິດທີ່ໄດ້ເຂົ້າຮ່ວມໂຄງການນີ້.
ຄຳຂວັນການເປັນປະທານອາຊຽນຂອງລາວ ປີ 2024 ແມ່ນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍ AYF ໄດ້ເນັ້ນໃສ່ຂະແໜງນະວັດຕະກໍາ ແລະ ຄວາມຄິດສ້າງສັນ ເຊິ່ງເປັນຕົວຂັບເຄື່ອນຫຼັກຂອງການເຕີບໃຫຍ່ໃນພາກພື້ນ ບັນດາຜູ້ເຂົ້າຮ່ວມຈະມີໂອກາດໃນການມີສ່ວນຮ່ວມກັບຜູ້ກໍານົດນະໂຍບາຍລະດັບສູງ ຜູ້ນໍາທາງຄວາມຄິດ ແລະ ເປັນຜູ້ສ້າງການປ່ຽນແປງທີ່ໂດດ ເດັ່ນຈາກປະເທດສິງກະໂປ ແລະ ປະເທດລາວ ໃນຫົວຂໍ້ທີ່ກ່ຽວຂ້ອງກັບອາຊຽນ ແລະ ຮຽນຮູ້ຈາກບັນດາອົງການທີ່ເປັນຜູ້ນຳໃນດ້ານຕ່າງໆ ເຊັ່ນ: ພາຫະນະໄຟຟ້າ ຄວາມໝັ້ນຄົງດ້ານອາຫານ ແລະ ການປ່ຽນແປງທາງດີຈີຕອນ.
ທີ່ມາ: ວຽງຈັນໃໝ່






