ພິທີເປີດບຸນນະມັດສະການພະທາດຫລວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2024 ຈັດຂຶ້ນຢ່າງເປັນທາງການໃນຕອນແລງວັນທີ 11 ພະຈິກ 2024 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ພ້ອມ ດ້ວຍບັນດາການນຳພັກ-ລັດ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ພ້ອມແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ .
ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ໄດ້ລາຍງານຄວາມພ້ອມຂອງການຈັດງານຄັ້ງນີ້ ໂດຍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ຂອງບຸນນະມັດສະການພະທາດຫລວງວຽງຈັນ ທີ່ໄດ້ປະຕິບັດກັນມາ ໃນແຕ່ລະປີ ເຊິ່ງໃນປີນີ້, ໄດ້ຈັດໃຫ້ມີຫລາຍກິດຈະກຳທີ່ສອດຄ່ອງກັບຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດລາວເຮົາ ນັບແຕ່ວັນທີ 11-15 ພະຈິກ 2024 ນີ້ ໂດຍມີການຄົບງັນຕາມປະເພນີ ເປັນຕົ້ນ: ພິທີສູດປະລິຕະມຸງຄຸນທີ່ພະທາດຫລວງ, ພິທີແຫ່ພະສາດເຜິ້ງ, ພິທີໃສ່ບາດຖວາຍສັງກະທານ, ພິທີແຫ່ລູກຄີ, ການແແຂ່ງຂັນກິລາພື້ນບ້ານຕີຄີ, ພິທີວຽນທຽນ ແລະ ຈູດທູບທຽນ, ບັ້ງໄຟສັກກະລະບູຊາອົງພະທາດ ເພື່ອອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທຳ ຮີດຄອງປະເພນີອັນດີງາມ ບຸນນະມັດສະການພະທາດຫລວງຂອງຊາວລາວ ກໍຄື ຊາວນະຄອນຫລວງວຽງຈັນ ທີ່ເຄີຍສືບທອດກັນມາແຕ່ບຸຮານນະການ.
ທ່ານ ພູວົງ ວົງຄຳຊາວ ໃຫ້ຮູ້ຕື່ມວ່າ: ບຸນນະມັດສະການພະ ທາດຫລວງ ແລະ ງານວາງສະແດງສິນຄ້າ ໃນປີນີ້, ມີຫ້ອງວາງສະແດງ ຢູ່ເດີນສະໜາມຫລວງ 1.463 ຫ້ອງ, ຢູ່ ສູນການຄ່າ ລາວ-ໄອເຕັກ 142 ຮ້ານ. ພ້ອມນີ້, ຍັງໄດ້ເຊີນບັນດານະຄອນເພື່ອນມິດຕ່າງປະເທດ ເຂົ້າມາຮ່ວມງານ ແລະ ສ້າງເງື່ອນໄຂໃຫ້ມີການນຳເອົາຜະ ລິດຕະພັນສິນຄ້າມາແລກ ປ່ຽນວາງສະແດງ ແລະ ຂາຍໃນງານນຳ ເຊິ່ງມີ ຈຳນວນ 2 ນະຄອນ ເຂົ້າຮ່ວມຄື: ແຂວງ ຢຸນນານ ສປ ຈີນ ແລະ ແຂວງ ໜອງຄາຍ ປະເທດໄທ.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນ ກ່າວເປີດງານຢ່າງເປັນທາງການ ໂດຍທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຈັດງານ, ທີ່ໄດ້ກະກຽມຄວາມພ້ອມ ໃນການຈັດງານບຸນນະມັດສະການພະທາດຫລວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2024 ຕິດພັນກັບຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ແລະ ຈັດໃຫ້ມີຫລາຍກິດຈະກຳທີ່ໜ້າສົນໃຈ ຕິດພັນກັບຮີດຄອງປະເພນີ, ພ້ອມທັງ ຮຽກ ຮ້ອງ ໃຫ້ທຸກພາກສ່ວນໃນສັງຄົມ ຕະຫລອດຮອດປວງຊົນ ທັງພາຍໃນ ແລະ ຕ່າງປະເທດທີ່ຈະມາຮ່ວມໃນງານຕ້ອງໄດ້ປະຕິບັດຕາມຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ແລະ ປະຕິບັດຕາມກົດລະບຽບຂອງງານ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ງານໃນຄັ້ງນີ້ດຳເນີນໄປດ້ວຍບັນຍາກາດອັນຄຶກຄື້ນ, ຮັກສາໄດ້ຄວາມສະຫງົບປອດໄພ ແລະອື່ນໆ.









