ແຂວງໄຊສົມບູນ ຈັດກອງປະຊຸມປຶກສາຫາລືກະກຽມຄວາມພ້ອມພິທີສະຫຼອງປີທ່ອງທ່ຽວລາວ 2024 ຢູ່ແຂວງໄຊສົມບູນ ຕິດພັນກັບການສະເຫຼີມສະຫຼອງຫໍຫຼັກເມືອງ ແລະ ພຸດທະພິເສກຮູບປັ້ນຫຼໍ່່ເຈົ້າອະນຸວົງ ປີທີ 3 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໃນວັນທີ່ 11 ພະຈິກ 2024 ໂດຍການເປັນປະທານຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ.
ຈຸດປະສົງເພື່ອປຶກສາຫາລືກະກຽມພິທີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຢູ່ແຂວງໄຊສົມບູນ ຕິດພັນກັບການສະເຫຼີມສະຫຼອງຫໍຫຼັກເມືອງ ແລະ ພຸດທະພິເສກຮູບປັ້ນຫຼໍ່ເຈົ້າອະນຸວົງ ປີທີ 3 ທັງເປັນການຄົ້ນຄວ້າປຶກສາຫາລືຄວາມເປັນເອກະພາບ ເພື່ອນຳໄປຈັດຕັ້ງປະຕິບັດຕາມພາລະບົດບາດຂອງແຕ່ລະອະນຸກຳມະການ ຈາກນັ້ນ, ແຕ່ລະອະນຸກຳມະການກໍໄດ້ຜັດປ່ຽນກັນລາຍງານ ເປັນຕົ້ນ: ອະນຸກຳມະການເທສະ ການອາຫານ ແລະ ຕະຫລາດນັດ, ການສະແດງສິນລະປະ, ເສດຖະກິດ-ການເງິນ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກອງເລຂາ, ສະຖານທີ່, ພິທີການ ແລະ ຮັບ ແຂກ, ພິທີທາງສາສະໜາ, ໂຄສະນາປະຊາສຳພັນ ແລະ ອື່ນໆ.
ພ້ອມດຽວກັນນີ້ ປະທານກອງປະຊຸມໄດ້ມີຄຳຖາມເຈາະຈິ້ມ ໃຫ້ແກ່ບັນດາອະນຸກຳມະການໄດ້ຊີ້ແຈງລາຍລະອຽດ ແລະ ເພື່ອພ້ອມກັນປຶກສາຫາລືແກ້ໄຂຄວາມຫຍຸ້ງ ຍາກ, ຂໍ້ຄົງຄ້າງຕ່າງໆ ໃຫ້ເປັນເອກະພາບກັນ ແລະ ໄປລວງດຽວກັນໃນການຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນດີ.
ສໍາລັບພິທີດັ່ງກ່າວ ຈະຈັດຂຶ້ນໃນລະຫວ່າງວັນທີ 28 ພະຈິກ ຫາ ວັນທີ 4 ທັນວາ 2024.
ຂ່າວ: ນາງ ຟອງ ນໍ່ນິນທາ






