ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວາງຖັງຂີ້ເຫຍື້ອ 300 ຖັງ ເພື່ອອຳນວຍຄວາມສະດວກໃນການຖີ້ມຂີ້ເຫຍື້ອຢູ່ບຸນພະທາດຫຼວງ

Nov 12, 2024

ອີງຕາມຂໍ້ມູນຈາກຄະນະຮັບຜິດຊອບວຽກພາກສະໜາມໃນການອະນາໄມເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອຢູ່ບຸນນະມັດສະການພະທາດຫຼວງ ປະຈໍາປີ 2024 ໃຫ້ຮູ້ວ່າ: ພາກສ່ວນກ່ຽວຂ້ອງໄດ້ນຳເອົາຖັງຂີ້ເຫຍື້ອມາວາງໄວ້ບໍລິ ການຖີ້ມຂີ້ເຫຼື້ຍອຫຼາຍກວ່າ 300 ຖັງມີ 75 ຈຸດ ພິເສດປີນີ້ ມີປຸ່ມເປົ້າສີຂາວຫ້ອຍຢູ່ຖັງເພື່ອອຳນວຍຄວາມສະ ດວກໃນການຖີ້ມຂີ້ເຫຍື້ອ, ລວມເຖີງໄດ້ນຳໃຊ້ແຮງງານອະນາໄມເດີນພະທາດຫຼວງຈຳນວນ 250 ຄົນເພື່ອຮັກສາເດີນພະທາດຫຼວງໃຫ້ມີຄວາມຈົບງາມ.
ນອກຈາກນີ້, ບໍລິສັດ ສະມໍບີ້ ທີ່ປຶກສາດ້ານການລົງທຶນ ໃນນາມໄດ້ຮັບໜ້າທີ່ດ້ານການຮັກສາຄວາມສະອາດຈົບງາມໄດ້ຍົກລະດັບຄວາມເອົາໃຈໃສ່ຕື່ມ ເພື່ອເຮັດແນວໃດໃຫ້ງານບຸນນະມັດສະການພະທາດຫຼວງປີນີ້ ມີສິ່ງແວດ ລ້ອມສົດໃສ, ສະ ອາດ, ປາສະຈາກຂີ້ເຫຍື້ອຕະຫຼອດງານ ໄດ້ມີການແບ່ງງານ, ແບ່ງເວລາກັນຮັບຜິດ ຊອບ ຕະຫຼອດ 24 ຊົ່ວໂມງ (ມີທີມພາກເດິກ ແລະ ທີມພາກເຊົ້າ) ໂດຍມີການຂົນສົ່ງຂີ້ເຫຍື້ອໄປກໍາຈັດບໍ່ຕໍ່າກວ່າ 20 ຖ້ຽວຕໍ່ມື້.
ຢ່າງໃດກໍ່ຕາມ, ຂໍໃຫ້ທຸກຄົນທີ່ມາທ່ຽວບຸນນະມັດສະການພະທາດຫຼວງມີຄວາມເອົາໃຈໃສ່ ແລະ ເປັນເຈົ້າການຮ່ວມກັນໃນການຮັກສາຄວາມສະອາດ ເພື່ອເຮັດໃຫ້ງານບຸນພະທາດຫຼວງ ເປັນງານບຸນສະອາດ ແລະ ເອກອ້າງໃຫ້ຊາວຕ່າງຊາດທີ່ມາທ່ອງທ່ຽວງານຄັ້ງນີ້.