ວັນທີ 12 ພະຈິກ 2024 ນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາລວມ, ພ້ອມດ້ວຍຄະນະກົມວິຊາສະເພາະ ແລະ ພະນັກງານ, ວິຊາການທີ່ກ່ຽວຂ້ອງລົງກວດກາຄວາມພ້ອມພາກສະໜາມ ແລະ ຮັບປະກັນສະຖານທີ່ດ້ານຕ່າງໆ ໃຫ້ແກ່ການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ, ພາຍໃຕ້ລະຫັດ: ຂະບວນລົດໄຟສັນຕິພາບ 2024 ເພື່ອຊ່ວຍເຫຼືອມະນຸດສະທຳ ແລະ ການບໍລິການດ້ານການແພດຂອງສອງກອງທັບ ລາວ-ຈີນ, ໂດຍມີ ສະຫາຍ ພັນເອກ ພິເສດ ເຈົ້າສົງ ຮອງຫົວໜ້າກົມເສນາຮັກ ກົມຮັບປະກັນພະລາທິການສູນກາງ ກອງທັບປົດປ່ອຍປະຊາ ຊົນຈີນ, ພ້ອມດ້ວຍຄະນະ.
ຈຸດປະສົງການຝຶກຊ້ອມຄັ້ງນີ້ ເພື່ອຈັດຕັ້ງປະຕິບັດແຜນການລວມໃນການຮ່ວມມືດ້ານການທະຫານ ລະຫວ່າງ ສອງ ກອງທັບລາວ-ຈີນ ໃຫ້ເປັນຮູບປະທຳ, ລົງເລິກຂະຫຍາຍການຮ່ວມມືທາງດ້ານສາທາລະນະສຸກ ລະຫວ່າງ ສອງກອງທັບລາວ-ຈີນ ໃຫ້ປະກົດຜົນເປັນຈິງ, ຍົກລະດັບຄວາມສາມາດ ໃນການຮ່ວມກັນບັນຊາວຽກ ງານເສນາຮັກ-ພະລາທິການ ແລະ ຮ່ວມກອບກູ້ຊ່ວຍ ເຫຼືອ ລະຫວ່າງສອງກອງທັບໃຫ້ສູງຂຶ້ນ ແລະ ເພື່ອສ້າງເປັນແບບແຜນສະເພາະໃຫ້ແກ່ການ ແລກປ່ຽນຮ່ວມມືດ້ານການແພດການທະຫານ ລະຫວ່າງສອງຝ່າຍ, ທັງເປັນການສືບຕໍ່ເສີມຂະຫຍາຍ ໄມຕິຈິດມິດຕະພາບອັນເປັນມູນເຊື້ອຂອງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໄປ, ຊຸກຍູ້ການພົວພັນມິດຕະພາບຂອງສອງປະເທດ, ສອງກອງທັບ ໃຫ້ປະກົດຜົນເປັນຈິງ.
ການຝຶກຊ້ອມວຽກງານດັ່ງກ່າວແມ່ນຈະໄດ້ຈັດຂື້ນຢູ່ສະຖານີລົດໄຟ ເມືອງໂພນໂຮງ, ແຂວງວຽງຈັນ ແລະ ບໍລິເວນອ້ອມຂ້າງ, ສ່ວນການບໍລິການດ້ານການແພດແມ່ນຈັດຕັ້ງຢູ່ 3 ເຂດຄື: ໂຮງໝໍສູນກາງ 103 ກອງທັບ ນະຄອນຫຼວງວຽງຈັນ, ໂຮງໝໍບໍລິເວນ 107 ກອງທັບ ແຂວງຫລວງພະບາງ ແລະ ໂຮງໝໍທະຫານແຂວງຫຼວງນໍ້າທາ, ເລີ່ມແຕ່ວັນທີ 16-21/11/2024 ຈິ່ງຈະສຳເລັດ.
ຂ່າວ: ຄໍາປະສົງ ລາດຊະວົງ.






