ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກູບາ ປະຈໍາ ສປປ ລາວ ໄດ້ຈັດປາຖະກະຖາ ພາຍໃຕ້ຫົວຂໍ້: “ການພົວພັນສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ກູບາ” ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສ. ກູບາ ຄົບຮອບ 50 ປີ (4/11/1974-4/11/2024) ໃນວັນທີ 12 ພະຈິກ 2024 ໂດຍການເຜີຍແຜ່ຂອງ ທ່ານ ນາງ ແອນນາ ເເອັສເທີ ວຽງ ວັນເດສ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ກູບາ ປະຈໍາ ສປປ ລາວ, ມີທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກກະຊວງການຕ່າງປະ ເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖານທູດກູບາປະຈໍາລາວ ແລະ ບັນດາກະຊວງອ້ອມຂ້າງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ສະເເດງຄວາມຊົມເຊີຍ ແລະ ຕີລາ ຄາສູງຕໍ່ສາຍພົວພັນຂອງສອງປະເທດເຊິ່ງມີມູນເຊື້ອມາເເຕ່ຍາວນານ ບົນພື້ນຖານເເຫ່ງການເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງສອງພັກ, ສອງລັດ ກໍຄື ປະຊາຊົນ ລາວ-ກູບາ. ການປາຖະ ກະຖາໃນຄັ້ງນີ້, ເປັນນິມິດໝາຍທີ່ດີ ແລະ ມີຄວາມໝາຍສໍາຄັນ ປະກອບສ່ວນໃຫ້ແກ່ການສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ- ສາທາລະນະລັດ ກູບາ ຄົບຮອບ 50 ປີ.
ທ່ານ ນາງ ແອນນາ ເເອັສເທີ ວຽງ ວັນເດສ ໄດ້ທົບທວນຕີລາຄາຜົນສໍາເລັດຂອງການພົວພັນຮ່ວມມືຂອງສອງປະເທດຕະຫລອດໄລຍະ 50 ປີ ຜ່ານມາ ເຊິ່ງເປັນສາຍສໍາພັນທີ່ໝັ້ນຄົງ, ເເໜ້ນເເຟ້ນ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ສະເເດງອອກໃນການຜັດປ່ຽນຢ້ຽມຢາມກັນຢ່າງເປັນປົກກະຕິຕັ້ງ ແຕ່ການນໍາຂັ້ນສູງສຸດຈົນເຖິງຂັ້ນວິຊາການ ແລະ ໄດ້ມີການເຊັນບົດບັນທຶກການຮ່ວມມືກັນໃນຫລາຍຂົງເຂດ ດ້ານການເມືອງ, ເສດຖະກິດ-ສັງຄົມ, ສາທາລະນະສຸກ, ສຶກສາທິການ ແລະ ກິລາ ແລະ ອື່ນໆ.
ສໍາລັບຂະເເໜງການການຕ່າງປະເທດ ໃນປີ 2023 ທີ່ຜ່ານມາ, ສອງກະຊວງ ກໍໄດ້ມີການເຊັນສັນຍາການຮ່ວມມືກັນກ່ຽວກັບການຮ່ວມມືດ້ານພັດທະນາຊັບພະຍາ ກອນມະນຸດ ກໍຄື ການຝຶກອົບຮົມ ແລະ ຍົກລະດັບທັກສະວິຊາຊີບ ຂອງນັກການທູດລະຫວ່າງສອງກະຊວງ ແລະ ເປັນການເສີມຂະຫຍາຍການພົວພັນ ແລະ ການຮ່ວມມືແບບມິດຕະພາບຖານອ້າຍນ້ອງລະຫວ່າງສອງປະເທດ ໂດຍສະເພາະ ທ່າມກາງສະ ພາບການພາກພື້ນ ແລະ ສາກົນທີ່ມີການຜັນແປໄປຢ່າງໄວວາ, ສັບສົນ ແລະ ຄາດ ຄະເນໄດ້ຍາກ.
ສປປ ລາວ ແລະ ສ ກູບາ ໄດ້ສ້າງຕັ້ງ ແລະ ຮັກສາການພົວພັນທາງການທູດເປັນມູນເຊື້ອໃນໄລຍະກວ່າເຄິ່ງສັດຕະວັດ. ມາເຖິງປັດຈຸບັນ, ການພົວພັນ ລະຫວ່າງ ສອງປະເທດ ໄດ້ຮັບການເສີມຂະຫຍາຍ, ພັດທະນາຢ່າງຕໍ່ເນື່ອງ ແລະ ເປັນຮູບປະທໍາ.





