ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປປ ລາວ ສ້າງຕັ້ງສາຍພົວພັນການທູດ ກັບ ໂບລິວີ

Nov 13, 2024

ເພື່ອສືບຕໍ່ຂະຫຍາຍສາຍພົວພັນການທູດ ກັບບັນດາປະເທດເພື່ອນມິດໃນໂລກ, ໂດຍສະເພາະ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ຮ່ວມມືລະຫວ່າງ ສາທາລະ
ນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ໂບລິວີ.
ໃນຕອນເຊົ້າວັນທີ 6 ຕຸລາ 2024 ຢູ່ທີ່ ນະຄອນ ນິວຢອກ, ສ. ອາເມລິກາ, ໄດ້ມີພິ ທີລົງນາມ ໃນຖະແຫຼງການຮ່ວມວ່າດ້ວຍການສ້າງຕັ້ງສາຍພົວພັນການທູດ ລະ ຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາ ລະນະລັດ ໂບລິວີ, ໂດຍຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ແມ່ນ ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສະຫະປະຊາຊາດ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ໂບລິວີ ແມ່ນ ທ່ານ ດິເອໂກ ປາຣີ ໂຣດີຣເກສ (Mr. Diego Pary Rodríguez), ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ໂບລິວີ ປະຈໍາອົງການ ສະຫະປະຊາຊາດ ໂດຍມີບັນດານັກການທູດຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ສາທາລະນະລັດ ໂບລິວີ ຕັ້ງຢູ່ພາກກາງຕອນໃຕ້ ຂອງ ທະວີບ ອາເມລິກາ, ມີຊາຍ ແດນຕິດກັບ 5 ປະເທດ ຄື: ເບຼຊິນ, ເປຣູ, ປຣາໄກວ, ຈິເລ, ອາກຊັງຕິນ; ມີເນື້ອທີ່ທັງໝົດ 1,098,581 ກິໂລຕາແມັດ. ໂບລິວີ ມີປະຊາກອນ ປະມານ 12,186,079 ຄົນ (2023) ແລະ ນະຄອນຫຼວງຊື່ວ່າ ລາປາສ (La Paz). ປະຊາຊົນ ໂບລິວີ ນໍາໃຊ້ພາສາ ແອສປາຍ ແລະ ນັບຖືສາສະໜາ ໂຣມັນ ກາໂຕລິກ ແລະ ໂປເຕສຕັງ ເປັນສ່ວນໃຫຍ່.
ໂບລິວີ ໄດ້ຮັບເອກະລາດ ຈາກ ແອສປາຍ ໃນວັນມີ 6 ສິງຫາ 1825 ແລະ ລະບົບການເມືອງ ແມ່ນມີປະທານາທິບໍດີ ດຳລົງຕໍາແໜ່ງເປັນທັງ ປະມຸກລັດ ແລະ ຫົວ ໜ້າລັດຖະບານ. ທ່າແຮງດ້ານເສດຖະກິດ ແມ່ນອີງໃສ່ດ້ານກະສິກຳ-ປ່າໄມ້, ການປະມົງ, ບໍ່ແຮ່ ແລະ ການຜະລິດສິນຄ້າ ເຊັ່ນ: ແຜ່ນແພ, ເຄື່ອງນຸ່ງຫົ່ມ, ແຮ່ໂລຫະ ແລະ ນໍ້າມັນ. ໂບລິວີ ມີຄວາມຮັ່ງມີດ້ານຊັບພະຍາກອນແຮ່ທາດ ແລະ ອາຍແກັສທໍາມະຊາດ ທີ່ເປັນຄັງສໍາຮອງໃຫຍ່ທີ່ສຸດເປັນອັນດັບສອງ ໃນພາກພື້ນອາເມລິກາໃຕ້.
ໂບລິວີ ມີສາຍພົວພັນການທູດກັບ 140 ປະເທດໃນໂລກ ແລະ ເຂົ້າເປັນສະມາ ຊິກຂອງອົງການ ສປຊ ໃນວັນທີ 14 ພະຈິກ 1945, ເປັນສະມາຊິກກຸ່ມປະເທດ ອາ ເມລິກາລາຕິນ ແລະ ກາຣີບຽນ, ກຸ່ມ 77 ແລະ ຈີນ, ກຸ່ມປະເທດທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs), ຂະບວນການບໍ່ຮ່ວມກຸ່ມ (NAM) ລວມທັງ ເຄີຍເຮັດຫນ້າທີ່ເປັນສະມາຊິກໃນຫລາຍອົງກອນສໍາຄັນຂອງ ສປຊ.
ໃນໂອກາດນີ້, ເອກອັກຄະລັດຖະທູດ ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນ ແລະ ຮ່ວມມືໃນເວທີຕ່າງໆ ຂອງ ອົງການ ສປຊ, ພ້ອມທັງໄດ້ຢືນຢັນຄືນເຈດຕະນາ ລົມ ເພື່ອສືບຕໍ່ຄວາມພະຍາຍາມຮ່ວມກັນ ໃນການຂະຫຍາຍການພົວພັນ ແລະ ຮ່ວມມືໃນດ້ານຕ່າງໆ ໃນຕໍ່ຫນ້າ, ລວມທັງ ການສະຫນັບສະຫນູນເຊິ່ງກັນ ແລະ ກັນ ໃນເວທີສາກົນ ໂດຍສະເພາະ ໃນກຸ່ມປະເທດທີ່ ສປປ ລາວ ແລະ ໂບລິວີ ເປັນສະມາຊິກນໍາກັນ. ການສ້າງຕັ້ງສາຍພົວພັນການທູດຮ່ວມກັບ ສາທາລະນະລັດ ໂບລິວີ ໃນຄັ້ງນີ້ ເປັນການສືບຕໍ່ປະກອບສ່ວນໃຫ້ແກ່ ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ອັນສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ແລະ ເຮັດໃຫ້ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີສາຍພົວພັນການທູດ ຮ່ວມກັບ 151 ປະເທດ ໃນທົ່ວໂລກ.