ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ປະເມີນຜົນກະທົບ, ຜົນເສຍຫາຍ ແລະ ການສະເໜີຂໍການຟື້ນຟູສຸກເສີນຈາກໄພພິບັດນໍ້າຖ້ວມ

Nov 14, 2024

ໃນວັນທີ 13 ພະຈິກ 2024 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມປຶກສາຫາລື ເອກະພາບກ່ຽວກັບ ການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ການສະເໜີຂໍການຟື້ນຟູສຸກ ເສີນໃຫ້ແກ່ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນໄລຍະທ້າຍເດືອນກໍລະກົດ ເຖີງ ເດືອນກັນຍາ 2024, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ).
ສະຫາຍ ວົງຄໍາ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ, ຫົວ ໜ້າກອງເລຂາ ຄພສ ໄດ້ຂຶ້ນລາຍງານການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ການສະເໜີຂໍການຟື້ນຟູສຸກເສີນ ໃຫ້ແກ່ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນໄລຍະທ້າຍເດືອນກໍລະກົດ ເຖີງ ເດືອນສິງຫາ 2023 ບັນດາແຂວງພາກ ເໜືອ, ພາກກາງ ແລະ ພາກໃຕ້ ເຮັດໃຫ້ແມ່ນໍ້າຫຼາຍສາຂາມີລະດັບນນໍ້າສູງຂຶ້ນຢ່າງໄວ ແລະ ລົ້ນຕາຝັ່ງເຂົ້າຖ້ວມພື້ນທີ່ທໍາການຜະລິດ, ພື້ນຖານໂຄງລ່າງ ແລະ ທີ່ຢູ່ອາໃສຂອງປະຊາຊົນ ໄດ້ຮັບຜົນກະທົບ ຢູ່ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ຄື: ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ວຽງຈັນ, ຄຳມ່ວນ, ອຸດົມໄຊ, ຫຼວງນໍ້ທາ, ບໍ່ແກ້ວ, ຜົ້ງສາລີ, ຫຼວງພະບາງ, ຫົວພັນ, ໄຊຍະບູລີ, ຊຽງຂວາງ, ສາລະວັນ, ສະຫວັນນະເຂດ ຈຳປາສັກ, ເຊກອງ ແລະ ໄຊສົມບູນ, ສົ່ງຜົນກະທົບໂດຍກົງຕໍ່ລະບົບພື້ນຖານໂຄງລ່າງ, ໄດ້ຮັບຜົນເສຍຫາຍ 89 ເມືອງ, 1.167 ບ້ານ, 54.314 ຄອບ ຄົວ, 255.933 ຄົນ, ຍິງ 177. 259 ຄົນ ແລະ ເສຍຊີວິດ 13 ຄົນ, ສ້າງຄວາມເສຍຫາຍ ຕໍ່ໂຄງລ່າງພື້ນຖານທາງດ້ານເສດຖະ ກິດ, ສັງຄົມ ແລະ ສິ່ງແວດລ້ອມ, ຄິດເປັນມູນຄ່າເສຍຫາຍທັງ ໝົດ 6.715.150.562.455 ກີບ.
ຕໍ່ກັບສະພາບການດັ່ງກ່າວນັ້ນ ລັດຖະບານກໍຄື ຄະນະກໍາມະ ການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ມີການລົງຊຸກຍູ້ ແລະ ໃຫ້ການຊ່ວຍເຫຼືອແກ້ໄຂສຸກເສີນໃຫ້ກັບທ້ອງຖິ່ນ, ແລະ ຕິດຕາມຊຸກຍູ້ຢ່າງໄກ້ຊິດ, ໄດ້ມີການຊີ້ນໍາໃຫ້ ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ຮ່ວມກັບບັນດາກະຊວງ ແລະ ຂະແໜງການ ຢູ່ໃນຄະນະກໍາມະການຄຸ້ມຄອງໄພພິບັດ ລົງສົມທົບກັບຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນການປະເມີນຜົນເສຍຫາຍ, ຄວາມ ຕ້ອງ ການໃນການຟື້ນຟູສຸກເສີນ ແລະ ໄລຍະຍາວຢູ່ 5 ແຂວງ ທີ່ໄດ້ຮັບຜົນກະທົບໜັກ ແລະ ບັນດາແຂວງທີ່ໄດ້ຮັບຜົນກະທົບກໍໄດ້ມີການປະເມີນຜົນ ແລະ ລາຍງານມາຍັງຄະນະກຳຄຸ້ມຄອງໄພ ພິບັດຂັ້ນສູນກາງ.
ພ້ອມນີ້ ມີການປະກອບສ່ວນຈາກສັງຄົມ ເຊິ່ງໃນໄລຍະເກີດເຫດໄພພິບັດ ແລະ ຄະນະນຳພາກສ່ວນຕ່າງໆ ກໍໄດ້ເຄື່ອນໄຫວມອບເຄື່ອງ ແລະ ມອບເງິນຊ່ວຍເຫຼືອ ເຊິ່ງນຳໂດຍ ຄະນະນາຍົກ ລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ບັນດາ ລັດຖະມົນຕີ, ຄະນະ ຄພສ . ນອກນີ້ ກະຊວງການເງິນ ອະນຸມັດບ້ວງແຮລັດຖະ ບານເຂົ້າກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ ຈໍານວນ 20 ຕື້ກີບ.
ກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລືຮ່ວມກັນ ໂດຍສະເພາະ ການເອກະພາບໃນການແກ້ໄຂສຸກເສີນ ໃຫ້ແຂວງຫຼວງນໍ້າທາ, ແຂວງຫົວພັນ ທີ່ທາງສູນກາງໄດ້ລົງສົມທົບກັບຄະນະກໍາມະການແຂວງໃນການປະເມີນຜົນ ແລະ ບັນດາແຂວງທີ່ມີການລາຍງານຜົນການປະເມີນໃຫ້ສູນກາງ ແລະ ອື່ນໆ.
ຂ່າວ: ໜັງສືພິມກອງທັບ